ຂ່າວ: ວົງມະນີ
ໃນລະຫວ່າງວັນທີ 10-11 ມັງ ກອນ 2019 ທີ່ໂຮງແຮມວຽງຈັນພາຊາ ນະຄອນຫຼວງວຽງຈັນ ກະຊວງອຸດສາຫະກໍາ ແລະການຄ້າກົມອຸດສາຫະກໍາ ແລະການຄ້າຮ່ວມກັບໂຄງການ GIZ (Deutsche Gesellschaft Fuer Internatiqnale Zusammenarbeit) ໄດຈັດກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະຕິດຕາມໄມ້ສົ້ນເຂົ້າ ແລະສົ້ນອອກໃນຂະບວນການປຸງແຕ່ງ ແລະການຄ້າໂດຍເປັນເປັນປະທານຂອງ ທ່ານ ສົມຟອງ ສຸລິວັນ ຮອງຫົວໜ້າກົມ ອຸດສາຫະກໍາ ແລະຫັດຖະກໍາ, ກະຊວງອຸດສາຫະກໍາ ແລະການຄ້າ
(ນສພ ເສດຖະກິດ-ສັງຄົມ)
ເພື່ອເຮັດໃຫ້ແຜນຍຸດທະສາດທີ່ລັດຖະບານໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ລື່ນແຜນນັ້ນນາຍົກໄດ້ເນັ້ນໜັກໃຫ້ຂະແໜງການເງິນເລັ່ງປະຕິຮູບວຽກງານຢ່າງຮອບດ້ານ ແລະ ແຂງແຮງ, ຫັນເອົາການຄຸ້ມຄອງລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ສຳເລັດທັງໝົດບໍ່ກາຍປີ 2020 ເພື່ອສະກັດກັ້ນການຮົ່ວໄຫຼ, ແກ້ໄຂປາກົດການຫຍໍ້ທໍ້ໃນຂົງເຂດລາຍຮັບຢ່າງຂາດຕົວຂະນະທີ່ໃນປີ 2019 ລັດຕັ້ງເປົ້າໃຫ້ລາຍຮັບບັນລຸ 26.305 ຕື້ກີບ ແລະ ຈະຄວບຄຸມລາຍຈ່າຍບໍ່ໃຫ້ເກີນ 33.394 ຕື້ກີບ.
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 8 ມັງກອນ 2019 ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ພາຍ ໃຕ້ການເປັນປະທານຂອງທ່ານ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ, ໂດຍການເປັນ ກຽດເຂົ້າຮ່ວມມີທ່ານ ພົທ ແສງນວນ ໄຊຍະລາດຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ
ຂ່າວ: ຣັດສະໝີ ດວງສັດຈະ
ຄະນະຜູ້ແທນຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ ຊຶ່ງນໍາໂດຍທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມຄະນະໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຮ່ວມກັບການນໍາຂັ້ນສູງຂອງທະນາຄານແຫ່ງລັດ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ
ງານເທສະການບຸນກິນຈຽງເຜົ່າມົ້ງຂອງສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແມ່ນໄດ້ຈັດຂຶ້ນແລ້ວຊຶ່ງຈະເລີ່ມແຕ່ວັນທີ 9-13 ມັງກອນ 2019 ເຂົ້າຮ່ວມເປີດງານມີທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ, ທ່ານ ພູວົງ ພະມີສິດ ປະທານສວນພຶກສາບັນດາແຂກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ສົມຄິດ ແກ້ວນວນລາ
ໃນເວລາ 12:30 ໂມງວັນທີ 8 ມັງກອນ 2019 ໄດ້ເກີດມີເຫດນໍ້າຖ້ວມບ້ານເຮືອນ ແລະພື້ນທີ່ທໍາການຜະລິດຢູ່ບ້ານງາຍເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ ຕໍ່ມາມື້ດຽວກັນເວລາປະມານ 15:00 ໂມງ ກໍມີເຫດການນໍ້ານອງຖ້ວມຕື່ມທີ່ບ້ານຫາດສາເມືອງ ແລະ ແຂວງຜົ້ງສາລີ ເຮັດໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດນັ້ນໄດ້ຮັບຜົນເສຍຫາຍ, ປະຈຸບັນ, ຍັງບໍ່ມີລາຍງານແຈ້ງເປັນຕົວເລກທາງການເທື່ອວ່າມີມູນຄ່າຄວາມເສຍຫາຍໜ້ອຍຫຼາຍພຽງໃດ.
ຂ່າວ: ວົງມະນີ
ສປປ ລາວ ຍັງຄົງສືບຕໍ່ກາຍ ເປັນປະເທດທີ່ນັກທຸລະກິດຕ່າງຊາດໃຫ້ຄວາມສົນໃຈເຂົ້າມາລົງທຶນຢ່າງຕໍ່ເນື່ອງ ສະເພາະປີ 2018 ຜ່ານມາ ລັດຖະບານໄດ້ອະນຸມັດກິດຈະການສຳປະທານທັງໝົດ 43 ໂຄງການໃນນັ້ນຫຼາຍກວ່າໝູ່ແມ່ນໃນຈຳນວນໂຄງການກ່ຽວກັບໄຟຟ້າ ແລະ ບໍ່ແຮ່ທີ່ປະເທດເຮົາມີທ່າແຮງ.
(ໜັງສືພິມເສດຖະກິດ-ສັງຄົມ)
ບໍລິສັດນິວຈິບເຊັງຈຳກັດເປັນຜູ້ຜະລິດ ແລະຈຳໜ່າຍລົດຍີ່ຫໍ້ຮອນດ້າໂດຍປະກອບມີທັງລົດຈັກ ແລະລົດໃຫຍ່ຊຶ່ງຍອດຂາຍໄດ້ເພີ່ມຂຶ້ນຕໍ່ເນື່ອງເມື່ອທຽບໃສ່ປີກ່ອນສະເພາະຍອດຈຳໜ່າຍລົດຈັກໃນປີ 2018 ບັນລຸໄດ້ເຖິງ 80 ພັນຄັນ ແລະລົດໃຫຍ່ຍອດຂາຍໄດ້ເຖິງ 500 ຄັນເພີ່ມຂຶ້ນຈາກປີກ່ອນຫຼາຍພໍສົມຄວນໂດຍລວມເຫັນວ່າຕະຫຼາດຈຳໜ່າຍລົດຍີ່ຫໍ້ຮອນດ້າຢູ່ໃນລາວແມ່ນຍັງສົດໃສມີທ່າອ່ຽງທີ່ຈະເພີ່ມຂຶ້ນອີກໃນຕໍ່ໜ້າ.
ຂ່າວ: ບຸນນິກ
ວັນທີ 4 ມັງກອນ ຜ່ານມາບໍລິສັດ ສາມເອັສພັດທະນາ ຈຳກັດ ຜູ້ດຽວ ໄດ້ເປີດໂຮງງານ 3S ຄອນກຣີດ ເປັນທາງການບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ທ່່ານ ອາຊາງ ລາວລີ ອະດີດຮອງນາຍົກລັດຖະມົນຕີທີ່ປຶກສາຄະນະບໍລິຫານສູງກາງພັກ, ທ່ານ ຄຳໄຕ ຄຳແພງເພັດ ຫົວໜ້າກົມໃຫຍ່ພະລະທິການກະຊວງ ປກສ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.
ຂ່າວ: ພິມພອນ
ໃນກອງປະຊຸມທົ່ວປະເທດປຶກສາຫາລືກ່ຽວກັບແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ຄັ້ງວັນທີ 7 ມັງກອນ 2019, ທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມ ກັນຈັດຂຶ້ນ, ຊຶ່ງຮູ້ວ່າປະຈຸບັນທົ່ວປະເທດສາມາດຂຶ້ນທະບຽນແຮງງານຕ່າງປະເທດໄດ້ແລ້ວ 40 ພັນກວ່າຄົນ