ເລີ່ມແລ້ວເທສະການອາຫານລາວປີນີ້ມີ 180 ຮ້ານເຂົ້າຮ່ວມ

ຂ່າວ: ພິມພອນ  

 ເປີດຢ່າງເປັນທາງການແລ້ວສຳລັບງານເທສະການອາຫານລາວປະຈຳປີ 2019, ໃນວັນທີ 23 ມັງກອນ ແລະຈະດຳເນີນໄປຈົນເຖິງວັນທີ 26, ມີທັງໝົດ 180 ຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍ, ໂດຍໃຫ້ກຽດເຂົ້າຮ່ວມໃນພິທີເປີດງານຂອງທ່ານ ນາງ ຄຳເມີງ ວໍລະຈິດ ພັນລະຍາ ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ແລະທ່ານ ນາງ ສີຈັນ ວິພາວັນ ພັນລະຍາທ່ານຮອງປະທານປະເທດ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທັງເປັນປະທານກິດຕິມະສັກພິທີເປີດງານເທສະການອາຫານລາວ, ພ້ອມດ້ວຍພັນລະຍາເອກອັກຄະລັດຖະທູດ, ທຸຕານະທູດ, ຜູ້ປະ ກອບການ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສພຂ ຈຳປາສັກເປີດກອງປະຊຸມສະໄໝສາມັນເທື່ອທີ 6

ຂ່າວ: ໂພທິຣາຊ     

 ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ທີ່ສະໂມ ສອນຫຼັກ 4 ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງຈໍາປາສັກ, ພ້ອມນີ້ກໍມີບັນດາທ່ານສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ປະກາດສ້າງຕັ້ງສຳນັກງານປົກປ້ອງເງິນຝາກ

ຂ່າວ: ຣັດສະໝີ ດວງສັດຈະ     

  ທະນາຄານແຫ່ງ ສປປ ລາວ ໄດ້ປະກາດການຈັດຕັັ້ງສໍານັກງານປົກປ້ອງເງິນຝາກຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມນີ້ກໍ່ມີ ທ່ານນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ບັນດາພາກສ່ວນຈາກກະຊວງທີ່ກ່ຽວຂ້ອງ, ຄະນະກົມ-ຄະນະສະພາບໍລິຫານ,ຄະນະອໍານວຍການສໍານັກງານປົກປ້ອງເງິນຝາກ-ຄະນະອໍານວຍການທະນາຄານລັດ ແລະ ບັນດາທະນາຄານທີ່ເປັນສະມາຊິກເຂົ້າຮ່ວມຢ່າງຄົບຖ້ວນ.

ສຄອຊ ເປີດກອງປະຊຸມປະຈຳປີ 2018 ແລະ ສະຫຼອງວັນສ້າງຕັ້ງຄົບຮອບ 30 ປີ

ຂ່າວ: ບຸນນິກ     

     ບ່າຍວັນທີ 23 ມັງກອນ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມປະຈຳປີ 2018 ແລະສະເຫຼີມສະຫຼອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ຄົບຮອບ 30 ປີຂຶ້ນເພື່ອທົບທວນຜົນງານການເຄື່ອນໄຫວຂອງຕົນພາຍໃຕ້ການຊີ້ນຳໆພາຂອງຄະນະບໍລິຫານງານຊຸດທີ I ຫາຊຸດທີ VII ໂດຍສະເພາະແມ່ນທົບທວນຜົນງານການເຄື່ອນໄຫວຄະນະບໍລິຫານງານຊຸດທີ VII ໃນການຈັດຕັ້ງແຜນຍຸດທະສາດການພັດທະນາພາກທຸລະ ກິດຂອງຕົນໂດຍເນັ້ນໃສ່ເປົ້າໝາຍໄລຍະຍາວແມ່ນ “ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດໃນ ສປປ ລາວ ເພື່ອພັດທະນາເສດຖະກິດແຫ່ງຊາດຕາມທິດການພັດທະນາສີຂຽວ ແລະ ຍືນຍົງ”.

ມູນນິທິເມແບັງ ຝືກອາຊີບໃຫ້ຄົນພິການ ແລະ ດ້ອຍໂອກາດ

ຂ່າວ: ວົງມະນີ   

  ໃນວັນທີ 18 ມັງກອນຜ່ານມາທີ່ໂຮງແຮມອ່າງຄໍາ ນະຄອນຫຼວງວຽງຈັນ ທະນາຄານເມແບັງ (ມູນິທິເມແບັງ) ໄດ້ຈັດພິທີເປີດໂຄງການ R.i.s.e ການ ເຂົ້າເຖິງອິດສະຫຼະພາບທາງດ້ານການເງິນ ແລະການປະກອບການທາງດ້ານທຸລະກິດແບບຍືນຍົງ ແລະຝຶກອົບຮົມປະກອບອາຊີບໃຫ້ແກ່ກຸ່ມຄົນພິການ ແລະ ຂາດໂອກາດໂດຍການເປັນປະທານຂອງ ທ່ານ Shhril Azuar Jimin ຜູ້ອໍານວຍການໃຫຍ່ທະນາຄານເມແບັງມີທ່ານ Mohd Aini Atan ເອກອັກຄະລະຊະທູດມາເລເຊຍປະຈໍາລາວພ້ອມດ້ວຍຄະນະ ແລະແຂກຖືກເຊີນເຂົ້າຮ່ວມທ່ານ ພອນແກ້ວ ລັດຕະນະວົງ ຮອງປະທານ.

ຕັງຈະເລີນກຽມພັດທະນາທີ່ດິນວິທະຍຸເປັນຕະຫຼາດນະຄອນປາກເຊ

ຂ່າວ: ໂພທິຣາຊ  

    ເນື້ອທີ່ດິນຂອງວິທະຍຸກະຈາຍສຽງແຂວງຈໍາປາສັກ ຈະຖືກພັດທະນາໃຫ້ກາຍເປັນສູນການຄ້າທີ່ທັນສະໄໝອີກແຫ່ງໜຶ່ງໃນອີກບໍ່ດົນນີ້ພາຍຫຼັງທີ່ອໍານາດການປົກຂອງແຂວງໄດ້ອະນຸມັດໃຫ້ບໍລິສັດ ຕັງຈະເລີນເຂົ້າທໍາການສຶກສາສໍາຫຼວດຄວາມເປັນໄປໄດ້ເພື່ອພັດທະນາເປັນຕະຫຼາດນະຄອນປາກເຊ.

ອັດຕະປື ພົບພະນັກງານລັດລະເມີດກົດໝາຍ 12 ຄົນ, 3 ຄົນຖືກລຶບຊື່ຈາກລັດຖະກອນ

 (ນສພ ເສດຖະກິດ-ສັງຄົມ)

   ອັດຕະປືແມ່ນອີກແຂວງໜື່ງທີ່ມີຄວາມເອົາໃຈໃສ່ຕໍ່ວຽກງານຕິດຕາມ, ກວດກາໂດຍໃນ 1 ປີ ຜ່ານມາໄດ້ຊຸກຍູ້ຕິດຕາມ, ກວດກາລັດຢ່າງປົກກະຕິສາມາດກວດກາພົບເຫັນພະນັກງານລະເມີດກົດໝາຍ 12 ຄົນ, ຍິງ 6 ຄົນ, ໃນນັ້ນສຶກສາອົບຮົມກ່າວເຕືອນ 9 ຄົນ, ລຶບຊື່ອອກຈາກລັດຖະກອນ 1 ຄົນ ແລະນຳສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ 2 ຄົນ.

ໃຊ້ງົບສຸກເສີນ 35 ຕື້ກີບ ແປງຊົນລະປະທານເພທົ່ວປະເທດ ຄາດແລ້ວໝົດເດືອນນີ້

ຂ່າວ: ພິມພອນ   

  ເພື່ອຮັບປະກັນໃຫ້ການສະໜອງນ້ຳແກ່ການຜະລິດລະດູແລ້ງ ແລະລະດູຝົນທີ່ຈະມາເຖິງນີ້, ລັດຖະບານໄດ້ສະໜອງງົບສຸກເສີນຈຳນວນ 35 ຕື້ກີບ ສ້ອມແປງຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນລະດູຝົນຜ່ານມາໂດຍດຽວນີ້ຄືບໜ້າ ແລ້ວ 70% ແລະຄາດພາຍໃນເດືອນນີ້ຈະໃຫ້ສຳເລັດ 100%.

ຕະຫຼາດນັດບຸນພະທາດພະບາດ-ໂພນສັນມີມູນຄ່າສິນຄ້າ 12 ຕື້ກວ່າກີບ

 (ນສພ ເສດຖະກິດ-ສັງຄົມ)

       ໃນວັນທີ 17 ມັງກອນຜ່ານມາ ແຂວງບໍ່ລິຄໍາໄຊ ໄດ້ຈັດພິທີເປີດງານຕະຫຼາດນັດຂາຍສິນຄ້າຕິດພັນກັບບຸນນະມັດສະການວັດພະທາດພະບາດ-ໂພນສັນ ປະຈຳປີ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນສົງ ເພັດຈະເລີນ ເຈົ້າເມືອງທ່າພະບາດ, ມີບັນດາການນໍາຂອງແຂວງ, ຂັ້ນເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ອາກອນ ນວ ສັບຊ້ອນພະນັກງານໃໝ່

ຂ່າວ: ກິ່ງລັດຕະນະ  

    ກອງປະຊຸມປະກາດການຈັດຕັ້ງພະນັກງານສ່ວຍສາອາກອນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ຫ້ອງວ່າການການປົກຄອງ ນວ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ, ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ, ມີຮອງເຈົ້າເມືອງ 9 ຕົວເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.