ຂ່າວ: ພິມພອນ
ບໍລິສັດຈາກົວ-ແລນໂຣເວີ ໄດ້ເປີດງານ The Above and Beyond Laos ເປັນກິດຈະກຳແຂ່ງຂັນການຂັບຂີ່ແລກປ່ຽນປະສົບການຄວາມທ້າທາຍ ຂອງຫຍີ່ຫໍ້ແລນໂຣເວີເພື່ອໃຫ້ບັນດາລູກຄ້າໄດ້ເຂົ້າເຖິງວິທີການໃນການຂັບແບບທ້າທາຍການຄວບຄຸມ ແລະຂັບເຄື່ອນທາງແຄບຜ່ານການແຂ່ງຂັນນັກຂັບຂີ່ທີ່ໃຊ້ເວລາໜ້ອຍທີ່ສຸດໄດ້ຮັບຊະນະເລີດແຂ່ງຂັນແບບ Ring Fence ແລະ Auto Test ໄດ້ແກ່ທ້າວ ອະຣິຍະ ວິຣະບຸດ ແລະ ນາງ ວະລິສາ ດາວສະຫວັນ.
(ນສພ ເສດຖະກິດ-ສັງຄົມ)
ໃນວັນທີ 21 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບຫຼັກການ ແລະເງື່ອນໄຂການອະນຸມັດການລົງທຶນປູກໄມ້ອຸດສາ ຫະກຳໃນເນື້ອທີ່ປ່າໄມ້ຊຸດໂຊມຢູ່ເຂດປ່າຜະລິດແຫ່ງຊາດໂດຍເຂົ້າຮ່ວມມີທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ, ມີທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ພະແນກການ, ຕາງໜ້າບໍລິສັດສະໂຕຣາແອນໂຊລາວຈຳກັດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ພິມພອນ
ພິທີວາງສີລາລຶກໂຄງການກໍ່ສ້າງສູນຄົ້ນຄວ້າວິໄຈຢາງພາລາ ແລະພືດກະສິກຳລາວໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2019, ໂດຍເປັນໂຄງການຮ່ວມມືຂອງກະຊວງກະສິກຳ ແລະປ່າ ໄມ້ຮ່ວມກັບກຸ່ມບໍລິສັດພັດທະນາກະສິກຳຢຸນນານ ສປ ຈີນ ທີ່ໄດ້ຮ່ວມກັນເຊັນໃນທ້າຍປີ 2016 ຜ່ານມາ, ເຂົ້າຮ່ວມໃນພິທີມີ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຖາງຊື້ໝີງ ຕາງໜ້າປະທານກຸ່ມບໍລິສັດພັດທະນາກະສິກໍາຢຸນນານຈໍາກັດ, ທ່ານເຢ້ຍເຊນຢວນຮອງຫົວໜ້າພະແນກຄະນະກຳມະການຄຸ້ມຄອງຊັບສິນລັດແຂວງຢຸນນານ, ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າ ຮ່ວມ.
ຂ່າວ: ພອນສະໄໝ
ສາລະວັນແມ່ນອີກແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ເຂັ້ມງວດຕໍ່ການຈັດຕັ້ງປະຕິບັດການຄຳສັ່ງ 15/ນຍ ໂດຍໃນ 5 ປີຜ່ານມາແຂວງດັ່ງກ່າວສາມາດຢືດໄມ້ ເຖື່ອນໄດ້ທັງໝົດ 5,2 ພັນແມັດກ້ອນ ແລະ 12,1 ກີໂລ ຂະນະທີ່ມີການດຳເນີນຄະດີ 63 ຄະດີໃນບໍລິມາດໄມ້ 236,17 ແມັດ ກ້ອນມີຜູ້ກະທຳຜິດ 63 ຄົນ ໃນນີ້ ຄົນລາວ 54 ຄົນ ແລະອີກ 9 ຄົນແມ່ນຄົນຕ່າງຊາດ.
ຂ່າວ: ວົງມະນີ
ວັນທີ 19 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ເປີດນຳໃຊ້ຕຶກປິ່ນປົວພະຍາດລວມໂຮງໝໍ 103 ກອງທັບປະຊາຊົນລາວ, ໂດຍ ການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ສປ ຈີນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ໝຽວ ຫົວຫົວໜ້າກົມວຽກງານການເມືອງຄະນະກຳມະການທະຫານສູນກາງຈີນ, ທ່ານ ພົນຕີ ຫຼີ່ງຊິງເຈຍ ຮອງຫົວໜ້າກົມພະລາທິການຄະນະກຳມະການທະຫານສູນກາງ, ມີບັນດານາຍ ແລະພົນທະຫານລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ວົງມະນ
ໃນວັນທີ 18 ມັງກອນຜ່ານມາທີ່ບໍລິສັດ ໄອຈ໋ອບ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໂຕການບໍລິການຂອງ ບໍລິສັດ ໄອຈ໋ອບ ແລະສະຫຼຸບງານນັດພົບແຮງ ງານປີ 2018 ໂດຍເຂົ້າຮ່ວມມີ ຂອງທ່ານໄທ ແສງອາລຸນ ຮອງກົມພັດທະນາສີມືແຮງງານ ແລະຈັດຫາງານ, ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານນວຍການໃຫຍ່ ບໍລິສັດ ໄອຈ໋ອບ, ມີບັນດາພະນັກງານບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
(ນສພ ເສດຖະກິດ-ສັງຄົມ)
ເນື່ອງໃນໂອກາດທີ່ຄະນະຜູ້ແທນສະພາຄູຣານໃຫຍ່ມົງໂກນນໍາໂດຍທ່ານ Yondonperenlein BAA TARBILEG ປະທານຄະນະກຳມາທິການນະໂຍ ບາຍສັງຄົມ, ສຶກສາ, ວັດທະນະທຳ ແລະ ວິທະຍາສາດ, ປະທານຄະນະມິດຕະພາບລັດຖະສະພາມົງໂກນ-ລາວ ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-19 ມັງກອນ 2019 ໃນຕອນເຊົ້າວັນທີ 19 ມັງກອນ ຄະນະຜູ້ແທນດັ່ງກ່າວໄດ້ໄປຢ້ຽມຢາມບໍລິສັດພັນເພັດພັດທະນາກະສິ ກຳຈຳກັດ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງຄະນະດັ່ງກ່າວກໍຖືກຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ທອງສະຫວັນ ມີບຸນ ປະ ທານບໍລິສັດພັນເພັດພັດທະນາກະສິກຳຈໍາກັດພ້ອມດ້ວຍພະນັກງານຂອງບໍລິສັດ.
(ນສພ ເສດຖະກິດ-ສັງຄົມ)
ງານວາງສະແດງຜະລິດຕະພັນລາວຄັ້ງທີ 5 ປະຈຳປີ 2019 ປິດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍໃນວັນທີ 20 ມັງກອນ ພາຍຫຼັງທີ່ເລີ່ມມາແຕ່ວັນທີ 12 ມັງກອນ 2019 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍຍອດຂາຍສິນຄ້າຕະຫຼອດງານແມ່ນໄປຕາມແຜນການທະລຸ 13 ຕື້ກີບ ຂອງສິນຄ້າທີ່ນຳມາຮ່ວມວາງສະແດງໃນງານມູນຄ່າ 20 ຕື້ກວ່າກີບຈາກ 74 ຫົວໜ່ວຍທຸລະກິດທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ.
ຂ່າວ: ກິດຕິສັກ ບົວໄລ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະສົມກຽດໃນ ວັນທີ 20 ມັງກອນ 2019 ທີ່ວິທະຍາຄານກົມມະດຳ (ນ້ຳຊວງ) ເມືອງ ໂພນໂຮງ ແຂວງວຽງຈັນ ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍອະດີດການນຳຂັ້ນສູງ, ບັນດາການນຳພັກ-ລັດ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຂ່າວ: ພິມພອນ
ທີດີເອັສ ເປັນບໍລິສັດໜຶ່ງທີ່ສ້າງຂຶ້ນເພື່ອຕອບສະໜອງວຽກການບໍລິການກ່ຽວກັບງານແປພາສາໂດຍສະເພາະ, ພ້ອມນັ້ນຍັງໃຫ້ບໍລິການແລ່ນເອກະສານຂໍແຕ່ງດອງສາກົນ ແລະພົວພັນເອກະສານຕ່າງໆ, ຊຶ່ງນັບວ່າເປັນບໍລິສັດໜຶ່ງທີ່ເຮັດວຽກດ້ານບໍລິການມາເກືອບ 20 ປີ, ໂດຍຜູ້ອຳນວຍການບໍລິສັດເຜີຍວ່າ ຍ້ອນຄວາມຊື່ສັດຕໍ່ລູກຄ້າ ແລະການເຮັດວຽກພາຍໃຕ້ກົດໝາຍຈຶ່ງພາໃຫ້ບໍລິສັດພັດທະນາມາເຖິງທຸກວັນນີ້.