ຂ່າວ: ກອງຄຳ
ບໍລິສັດໄຮໜານ-ອີເດນທົວຣ໌ ຈີ ເອັມບີເຮສຈຳກັດ ໄດ້ຮັບອະນຸຍາດຈາກອຳນາດການປົກຄອງແຂວງຄຳມ່ວນເພື່ອດຳເນີນການສຶກສາສໍາຫຼວດໂຄງການກໍ່ສ້າງພະລັງງານໄຟຟ້າແສງຕາເວັນຢູ່ຂອບເຂດເສດຖະກິດສະເພາະທ່າແຂກໃນເນື້ອທີ່ລວມ 54,2 ເຮັກຕາ ທັງນີ້ຄາດວ່າຫາກການສຶກສາສຳຫຼວດມີຜົນທາງບວກຈະສ້າງຜົນປະໂຫຍດຫຼາຍຢ່າງໃຫ້ກັບປະຊາຊົນ ແລະປະເທດຊາດທີ່ໄດ້ຊົມໃຊ້ໄຟຟ້າຢ່າງພຽງພໍ.
ຂ່າວ: ມາລາທິບ
ເນື່ອງໃນໂອກາດທີ່ ແຂວງອັດຕະປື ແລະທຸກພາກສ່ວນໃນທົ່ວປະເທດໄດ້ຮ່ວມພະລັງໃຈກັນຈັດຕັ້ງກອງອັດຖະບັງສະກຸນ (ກອງບຸນ) ອຸທິດສ່ວນກຸສົນໃຫ້ດວງວິນຍານຜູ້ເສຍຊີວິດຈາກອຸບັດເຫດເຂື່ອນແຕກທີ່ເມືອງສະໜາມໄຊ ບໍລິສັດຜູ້ຮັບຜິດຊອບໃນເຫດການອຸບັດເຫດຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກທີ່ເມືອງສະໜາມໄຊ ກໍ່ໄດ້ນຳເອົາເງິນຊົດເຊີຍຈຳນວນ 6.035 ລ້ານກີບ ມອບໃຫ້ແກ່ຍາດ ແລະຄອບຄົວຜູ້ເສຍຊີວິດຢ່າງເປັນທາງການມາໃນວັນທີ 26 ມັງກອນຜ່ານມາ.
ຂ່າວ: ພິມພອນ
ໃນຕອນບ່າຍຂອງວັນທີ 24 ມັງກອນທີ່ຜ່ານມາ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ (ກສວ), ກະຊວງອຸດສາຫະກຳ ແລະການຄ້າຮ່ວມກັບຄະນະຈັດງານເທສະການອາຫານລາວ, ໄດ້ຈັດສຳມະນາ ແລະຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບທຸລະກິດຂະໜາດນ້ອຍ ແລະກາງ (SME) ໃຫ້ແກ່ຫົວ ໜ່ວຍທຸລະກິດທີ່ເຂົ້າຮ່ວມໃນງານວາງສະແດງສິນຄ້າ ແລະຂາຍລະຫວ່າງວັນທີ 23-26 ມັງກອນ, ແນໃສ່ໃຫ້ເຂົາເຈົ້າຮັບຮູ້ ແລະເຂົ້າໃຈກ່ຽວກັບນະໂຍບາຍການເຂົ້າເຖິງແຫຼ່ງທຶນຂອງ SME ຫຼາຍຂຶ້ນ.
ຂ່າວ: ພິມພອນ
ໃນວັນທີ 24 ມັງກອນ 2019, ທີ່ຟາມພູຕາເວັນໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງບໍລິສັດ ພູຕາເວັນການທ່ອງທ່ຽວຈຳກັດ ແລະ ວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນເພື່ອຮ່ວມກັນພັດທະນາຫຼັກສູດການຮຽນ-ການສອນ ຂອງວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນໃນການສ້າງບຸກຄະລາກອນໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປະຈຸບັນກໍຄືອະນາຄົດ
(ນສພ ເສດຖະກິດ-ສັງຄົມ)
ເພື່ອເປັນການຂຸດຄົ້ນແຫຼ່ງທ່ອງທ່ຽວໃໝ່ໆທີ່ມີຢູ່ໃນເມືອງອາດສະພອນ ແຂວງສະຫວັນນະເຂດ ໃຫ້ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງ ໃນວັນທີ 21 ມັງກອນ 2019 ນີ້, ທີມງານສຳຫຼວດແຫຼ່ງທ່ອງທ່ຽວຂອງເມືອງມີ ທ່ານ ປ່ຽນມາ ຈັນທະວົງ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງ, ທ່ານ ສິດທິເດດ ສຸລິວົງ ຮອງຫົວໜ້າຈຸດສຸມນາປອດ, ທ່ານ ສີພັນດອນ ເລຂານາຍ ບ້ານນາຍອນ ພ້ອມດ້ວຍຄະນະວິຊາການກ່ຽວຂ້ອງ.
ຂ່າວ: ວົງມະນີ
ໃນວັນທີ 25 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຂຶ້ນຢ່າງເປັນທາງການໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ບໍ່ແສງ ຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ), ທ່ານ ລູ ຊູ ກາງລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວແຫ່ງ ສປ ຈີນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
(ນສພ ເສດຖະກິດ-ສັງຄົມ)
ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມັງກອນ 2019 ໄດ້ດໍາເນີນໃນວັນທີ 24-25 ມັງກອນ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.
(ນສພ ເສດຖະກິດ-ສັງຄົມ)
ໃນກອງປະຊຸມປະຈຳປີ 2018 ແລະສະເຫຼີມສະຫຼອງ 30 ປີຂອງສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ຫຼື ສຄອຊ ຊຶ່ງຈັດຂຶ້ນໃນວັນທີ 23 ມັງກອນ ຜ່ານມາທີ່ນະຄອນຫຼວງວຽງຈັນ ນອກຈາກຫຼາຍວາລະທີ່ສຳຄັນພາຍໃນກອງປະຊຸມຍັງມີພິທີມອບໃບຍ້ອງຍໍ ແລະ ໂລ້ລາງວັນໃຫ້ແກ່ຫົວໜ່ວຍທຸລະກິດດີເດັ່ນ 30 ປີ ທີ່ມີຜົນງານປະກອບສ່ວນສະໜັບສະໜູນດ້ານທຶນຮອນ ແລະວັດຖຸປັດໄຈໃນການສ້າງຄວາມເຂັ້ມແຂງແກ່ ສຄອຊ ໂດຍມີທັງໝົດ 68 ຫົວໜ່ວຍທຸ ລະກິດທີ່ໄດ້ຮັບ ແລະໂຮງງານ ເຄແອນບີ ເຟີນິເຈີ ກໍແມ່ນໜື່ງໃນນັ້ນ.
ຂ່າວ: ໄອແກ້ວ
ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2018 ຂອງແຂວງຫົວພັນເຖິງຈະພົບຄວາມຫຍຸ້ງຍາກຫຼາຍບັນຫາທີ່ທ້າທາຍເກີດຂຶ້ນເປັນຕົ້ນແມ່ນບັນຫາຜົນກະທົບຈາກໄພພິບັດທາງທຳມະຊາດເຮັດໃຫ້ຖານລາຍຮັບຈຳນວນໜຶ່ງຖືກເສຍຫາຍ ແລະ ໄດ້ຍົກເວັ້ນບໍ່ສາມາດເກັບໄດ້ແຕ່ອຳນາດການປົກຄອງແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເອົາໃຈໃສ່ຊີ້ນຳນຳພາ, ຊຸກຍູ້ເກັບລາຍຮັບມອບເຂົ້າງົບປະມານບັນລຸໄດ້ເກີນແຜນການປີທີ່ວາງໄວ້ຂະນະທີ່ປີນີ້ແຂວງດັ່ງກ່າວຕັ້ງເປົ້າໃຫ້ໄດ້ 115,23 ຕື້ກີບ.
(ນສພ ເສດຖະກິດ-ສັງຄົມ)
ງານເທດສະການດອກງິ້ວບານຄັ້ງທີ 19 ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ-ຈີນ ໄດ້ເປີດຂຶ້ນຢ່າງທາງການໃນວັນທີ 23 ມັງກອນນີ້ທ່ີດອນຊາວບໍລິເວນເຂດເສດຖະກິດພິເສດສາມຫຼ່ຽມຄຳໂດຍມີທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະ ມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.