ແມ່ຍິງຄວນອ່ານ 4 ອາຫານ ສຳລັບຜູ້ທີ່ມີລູກຍາກ

ການຖືພາບາງຄົນອາດຈະຖືເປັນເລື່ອງງ່າຍແຕ່ສຳລັບບາງຄົນກ່ໍເປັນເລື່ອງຍາກ ຊຶ່ງເປັນບັນຫາສຸຂະພາບ ແລະການໄດ້ຮັບສານອາຫານທີ່ບໍ່ພຽງພໍກໍ່ອາດຈະເປັນບັນຫາທີ່ສຳຄັນໃນການເຮັດໃຫ້ຖືພານັ້ນເກີດຂຶ້ນຍາກແມ່ຍິງທີ່ຢາກຖືພາອາດຈະຕ້ອງບຳລຸງສຸຂະພາບຕົນເອງໃຫ້ດີໃນຄໍລໍາສາລະໜ້າຮູ້ມື້ນີ້ເຮົານໍາເອົາອາຫານທີ່ສໍາສັບຄົນທີ່ມີລູກຍາກມາຝາກກັນ.
- ຫອຍ: ອຸດົມໄປດ້ວຍວິຕາມິນບີ 12 ຊ່ວຍເສີມສ້າງເຍື່ອບຸໂພງມົດລູກເປັນອະໄວຍະວະທີ່ຈຳເປັນຕໍ່ການຖືພາໃນແມ່ຍິງ.
- ຖົ່ວ: ເຕັມໄປດ້ວຍໂປຣຕິນ ແລະທາດເຫຼັກນຳໄປສູ່ການຜະລິດໄຂ່ແຂງແຮງ, ການກິນຖົ່ວຈະເຮັດໃຫ້ການຜະລິດໄຂ່ກັບມາແຂງແຮງຫຼາຍຂຶ້ນ.
- ໝາກໄມ້ຈຳພວກເບີຣີ: ເຕັມໄປດ້ວຍສານຕ້ານອະນຸມູນອິດສະຫຼະທີ່ປົກປ້ອງຮັງໄຂ່ຈາກຄວາມເສຍຫາຍ ແລະໝາກໄມ້ຈຳພວກເບີຣີສົດຍັງຊ່ວຍເພີ່ມຄວາມຕ້ອງການທາງເພດຂອງແມ່ຍິງ.
- ຜັກໃບຂຽວ: ອຸດົມໄປດ້ວຍໂຟເລດ ແລະວິຕາມິນບີ ຊຶ່ງທັງສອງເປັນສານອາຫານທີ່ຊ່ວຍໃນການເພີ່ມການຕົກໄຂ່ແລ້ວຜັກໃບຂຽວຍັງເພີ່ມຄວາມຕ້ອງການທາງເພດຂອງແມ່ຍິງນຳອີກ.
