ປະຈຸບັນລັດວິສາຫະກິດນໍ້າປະປາ ແຂວງວຽງຈັນກຳລັງເລັ່ງຂະຫຍາຍລະບົບນໍ້າປະປາຢູ່ບັນດາເມືອງເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າສະອາດຢ່າງທົ່ວເຖິງຂະນະທີ່ທົ່ວແຂວງໄດ້ຊົມໃຊ້ນໍ້າປະປາແລ້ວ 10 ເມືອງ ແລະຍັງມີພຽງເມືອງດຽວທີ່ຍັງບໍ່ທັນມີນໍ້າປະປາໃຊ້ປະຈຸບັນກຳລັງສຶກສາສຳຫຼວດ ແລະຄາດຈະລົງມືສ້າງອ່າງຜະລິດນໍ້າປະປາໃນໄວນີ້.
ທ່ານ ບຸນເລີດ ແກ້ວວິໄຊ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາແຂວງວຽງຈັນໃຫ້ສຳພາດເມື່ອວັນທີ 12 ມິຖຸ ນາຜ່ານມາວ່າ: ທົ່ວແຂວງວຽງຈັນມີ 11 ເມືອງໃນນັ້ນມີ 10 ເມືອງທີ່ໄດ້ຊົມໃຊ້ນໍ້າປະປາສະເພາະຂອງລັດວິສາຫະກິດນໍ້າປະປາແຂວງຄຸ້ມຄອງແມ່ນມີ 8 ເມືອງ ອີກ 2 ເມືອງແມ່ນເອກະຊົນຄຸ້ມຄອງຄື: ເມືອງເຟືອງ ແລະ ເມືອງຫີນເຫີບ, ໂດຍເລີ່ມຈາກນໍ້າປະປາວັງວຽງ, ບ້ານເກີນເມືອງທຸລະຄົມ, ໂພນໂຮງ, ຫຼັກ 52, ທ່າລາດເມືອງແກ້ວອຸດົມ, ຊະນະຄາມ, ກາສີ, ດຽວນີ້ກຳລັງ ຈະຫຍາຍຢູ່ວຽງວັງ ແລະເມືອງກາສີໃຫ້ໃຫຍ່ເກົ່າກວ່ານອກນັ້ນຍັງໄດ້ສົມທົບກັບທາງແຂວງເພື່ອຂະຫຍາຍນໍ້າປະປາ ເມືອງແກ້ວອຸດົມ ໄປເມືອງວຽງຄຳ ເພື່ອແກ້ໄຂຢູ່ມນເທສະບານແຂວງຕັ້ງໃໝ່ໃຫ້ໄດ້ຊົມໃຊ້ນໍ້າໂດຍສະເພາະບັນດາສຳນັກງານຫ້ອງການ ແລະປະຊາຊົນໂດຍໄດ້ຊົມໃຊ້ແລ້ວປະມານ 80%.
ເນື່ອງຈາກມີການພັດທະນາໂຄງລ່າງພື້ນຖານໂດຍສະເພາະຖະໜົນຫົນທາງຊຶ່ງໄດ້ມີຜົນກະທົບຕໍ່ລະບົບນໍ້າປະປາແຕ່ທາງນໍ້າປະປາແຂວງກໍໄດ້ລົງແກ້ໄຂຈົນສຳເລັດເພື່ອໃຫ້ປະປຊາຊົນໄດ້ຊົມໃຊ້, ນອກນັ້ນຍັງມີບັນຫາຫຍຸ້ງຍາກຈຳນວນໜຶ່ງ, ສຳລັບການຜະລິດນໍ້າປະປາແມ່ນ 17 ພັນແມັດກ້ອນຕໍ່ວັນ, ກົງເຕີ 14 ພັນ ກວ່າກົງເຕີ, ມີລາຍຮັບປະມານ 1 ຕື້ກວ່າ ກີບຕໍ່ເດືອນ ແລະມີໜີ້ສິນປະມານ 6 ຕື້ ກວ່າກີບ.
ທ່ານ ບຸນເລີດ ແກ້ວວິໄຊ ກ່າວຕື່ມວ່າ: ໃນຈຳນວນ 11 ເມືອງຂອງແຂວງວຽງຈັນແມ່ນໄດ້ຊົມໃຊ້ນໍ້າປະປາແລ້ວ 10 ເມືອງ ກວມເອົາເກືອບ 70% ຂອງຕົວເມືອງທີ່ໄດ້ຊົມໃຊ້, ສ່ວນເມືອລທີ່ຍັງບໍ່ໄດ້ຊົມໃຊ້ນ້ຳປະປາແມ່ນເມືອງໝື່ນປະຈຸບັນກຳລັງສຶກສາສຳຫຼວດແຫຼ່ງນໍ້າ, ຈັດ ຫາທຶນຮອນໂດຄາດວ່າຈະໄດ້ລົງມືກໍ່ສ້າງ ອ່າງຜະລິດນໍ້າໄວໆນີ້ພ້ອມດຽວກັນນີ້ຍັງຮຽກຮ້ອງໃຫ້ປະຊາຊົນຊົມໃຊ້ນໍ້າຢ່າງປະຢັດ,ກວດເບິ່ງກັອກນໍ້າຢ່າງລະອຽດເພື່ອບໍ່ໃຫ້ມີນໍ້າຮົ່ວ ແລະອື່ນໆ ເພື່ອປະຢັດນໍ້າຊ່ວຍກັນແລະຈະຊ່ວຍໃຫ້ປະຢັດຄ່າໃຊ້ຈ່າຍອີກດ້ວຍ.
---------------
ໜັງສືພິມເສດຖະກິດ-ສັງຄົມ