ບໍ່ຄຳ-ທອງເຊໂປນ ສະໜັບສະໜູນລັດຕໍ່ສູ້ກັບພະຍາດ COVID-19

  ໃນເດືອນນີ້, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນໄດ້ມອບເງິນແສນໂດລາໃຫ້ແກ່ລັດຖະບານ ໃນນັ້ນມີ 50 ພັນໂດລາ ມອບໃຫ້ແກ່ກະ ຊວງແຜນການ ແລະການລົງທຶນ ແລະ50 ພັນໂດລາ ໃຫ້ແກ່ກະຊວງສາທາລະນະສຸກເພື່ອສະໜັບສະໜູນວຽກງານແກ້ໄຂການລະບາດພະຍາດ COVID-19 ແລະຟື້ນຟູເສດຖະກິດຈາກຜົນກະທົບຂອງການລະບາດພະຍາດ COVID-19.
  ມາຮອດປະຈຸບັນ ສປປ ລາວ ສາມາດຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວໃນປະເທດໄດ້, ແຕ່ແນວໃດກໍຕາມກໍຍັງໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກທີ່ຖົດຖອຍລົງ.
   ທ່ານ ພໍ ແຮຣິສ, ຜູ້ຈັດການໃຫຍ່ ລຊມລ ກ່າວວ່າ: “ໃນຂະນະທີ່ ສປປ ລາວ ເລີ່ມຜ່ອນຜັນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ແລະເລີ່ມເປີດເສດຖະກິດຄືນເປັນກ້າວໆ, ການປະກອບສ່ວນດ້ານການເງິນຂອງ ລຊມລ ແມ່ນແນໃສ່ສະໜັບສະໜູນວຽກງານຂອງຂະແໜງການລົງທຶນ ແລະສາທາລະນະສຸກໃນໄລຍະສຳຄັນນີ້ເພື່ອຮັກສາປະຊາຊົນໃຫ້ແຂງແຮງ ແລະປອດໄພຈາກພະຍາດ COVID-19 ພ້ອມທັງອູ້ມຊູໃຫ້ຂະແໜງເອກະຊົນສືບຕໍ່ຜ່ານຜ່າ ແລະດຳເນີນງານໃນໄລຍະທີ່ມີການລະບາດ COVID-19 ໃນ ສປປ ລາວ ກໍຄືໃນໂລກ.”
 ມາຮອດປະຈຸບັນ, ລຊມລ ໄດ້ສະໜັບສະໜູນທັງເງິນ ແລະອຸປະກອນເປັນມູນຄ່າລວມ 1,7 ແສນໂດລາ ໃຫ້ແກ່ເມືອງວິລະບູລິ ຊຶ່ງເປັນທີ່ຕັ້ງຂອງໂຄງການຂຸດຄົ້ນ-ຜະ ລິດຄຳ-ທອງເຊໂປນ, ໃຫ້ແກ່ ແຂວງສະຫວັນນະເຂດ ແລະ ສປປ ລາວ.
  ໃນເດືອນພຶດສະພາແລະເມສາ, ລຊມລ ໄດ້ຮີບເລັ່ງໃຫ້ການສະໜັບສະໜູນເບື້ອງຕົ້ນໃຫ້ເມືອງວິລະບູລີ ແລະແຂວງສະຫວັນນະເຂດໂດຍສະໜອງເຄື່ອງມື ແລະ ອຸ ປະກອນການແພດລວມມີໜ້າກາກອະນາໄມ, ເຄື່ອງກວດອຸນຫະພູມຮ່າງກາຍ, ນໍ້າຢາລ້າງມື, ເຄື່ອງພົ່ນຢາຂ້າເຊື້ອດ້ວຍໄຟຟ້າພ້ອມດ້ວຍນໍ້າຢາຂ້າເຊື້ອ. ອຸປະກອນ ແລະ ເຄື່ອງມືການແພດເຫຼົ່ານີ້ແມ່ນໄດ້ແຈກຢາຍໃຫ້ແກ່ພະນັກງານໃນແຖວໜ້າກໍຄືແພດໝໍ ແລະປະຊາຊົນເມືອງວິລະບູລີ ແລະແຂວງສະຫວັນນະເຂດ ເພື່ອໃຫ້ພາກ ສ່ວນກ່ຽວຂ້ອງມີຄວາມພ້ອມປ້ອງກັນ ແລະຮັບມືກັບຄວາມສ່ຽງຈາກການຕິດເຊື້ອພະຍາດ COVID-19.
  ກ່ອນໜ້ານີ້ໃນເດືອນກຸມພາ 2020 ຊຶ່ງນັບເປັນເດືອນທີ 2 ຫຼັງຈາກທີ່ໄດ້ມີການລະບາດຂອງພະຍາດ COVID-19 ໄດ້ແຜ່ລາມຢ່າງວ່ອງໄວໃນທົ່ວ ສປ ຈີນ ແລະໃນຫຼາຍກວ່າ 20 ປະເທດໃນໂລກ, ບໍລິສັດ ລຊມລ ໄດ້ມອບເງິນສົມທົບຈຳນວນ 15 ພັນໂດລາ ໃຫ້ແກ່ກະຊວງພະລັງງານ ແລະບໍ່ແຮ່ ເພື່ອປະກອບສ່ວນເຂົ້າໃສ່ທຶນທີ່ທາງສະມາຄົມມິດຕະພາບ ລາວ-ຈີນ ຮ່ວມກັບນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເພື່ອລະດົມທຶນໄປຊ່ວຍເຫຼືອປະຊາຊົນຜູ້ປະສົບເຄາະຮ້າຍຈາກພະຍາດ COVID-19 ຢູ່ ສປ ຈີນ.
   ໃນຂະນະທີ່ສະພາບການລະບາດຂອງພະຍາດ COVID-19 ໄດ້ມີການປ່ຽນແປງໃນແຕ່ລະມື້ຢູ່ນັ້ນ, ທາງບໍລິສັດກໍພ້ອມເຮັດວຽກຮ່ວມມືຢ່າງໃກ້ຊິດກັບລັດຖະບານເພື່ອຫາວິທີທາງສະໜັບສະໜູນ ແລະການຮ່ວມມືທີ່ເປັນຜົນທີ່ສຸດໃຫ້ແກ່ການຮັບມືຕ້ານກັບພະຍາດCOVID-19 ໃນປະເທດເຮົາ.
  ບໍລິສັດ ລຊມລ ມີຄວາມມຸ້ງໝັ້ນໃນການປົກປ້ອງພະນັກງານ, ຜູ້ຮັບເໝົາຂອງບໍລິສັດ ແລະຊຸມຊົນທ້ອງຖິ່ນໃຫ້ມີຄວາມປອດໄພ ແລະບໍ່ສ່ຽງຈາກການຕິດເຊື້ອພະຍາດ COVID-19.

---------------

ໜັງສືພິມເສດຖະກິດ-ສັງຄົມ