ສັບພະຄຸນທາງຢາຂອງໝາກຂຽບ

ໝາກຂຽບ ເປັນແຫຼ່ງລວມຂອງວິຕາມິນ c, ວິຕາມິນບີ 6 ແລະແຮ່ທາດເຊັ່ນ: ໂພແທັກຊຽມ ແລະແມັກນີຊຽມວິຕາມິນຊີຖືເປັນຕົວແທນໃນການຕ້ານອາການອັກເສບ ແລະຕ້ານອະນຸມູນອິດສະຫຼະທີ່ມີປະສິດທິພາບຊ່ວຍຫຼຸດຄວາມສ່ຽງຂອງການເປັນໂລກຫອບຫືດມີວິຕາມິນ, ແມັກນີຊຽມຊ່ວຍຜ່ອນຄາຍກ້າມເນື້ອຫຼອດລົມ ແລະ ຫຼອດອາຫານຄົນປ່ວຍໂລກຫອບຫືດຈະມີສານເຫຼົ່ານີ້ໃນລະດັບຕໍ່າ.

- ຊ່ວຍປ້ອງກັນໂລກເລືອດຈາງ: ເພາະໝາກຂຽບອຸດົມໄປດ້ວຍທາດເຫຼັກຊຶ່ງເປັນທາດທີ່ມີຄວາມສຳຄັນສຳລັບການຜະລິດເຊລເມັດເລືອດແດງກິນໝາກຂຽບເປັນປະຈຳຈະຊ່ວຍປ້ອງກັນບໍ່ໃຫ້ເກີດໂລກເລືອດຈາງ.
- ຊ່ວຍສ້າງພະລັງງານໃຫ້ກັບຮ່າງກາຍ: ວິຕາມິນບີເປັນສານອາຫານທີ່ສາມາດຊ່ວຍປ່ຽນນໍ້າຕານໃຫ້ເປັນພະລັງງານ.
- ບຳລຸງສາຍຕາ: ວິຕາມິນເອມີຢູ່ໃນໝາກຂຽບສາມາດຊ່ວຍດູແລຮັກສາສຸຂະພາບຕາເພາະມີຄຸນສົມບັດຂອງສານອະນຸມູນອິດສະຫຼະສານຕ້ານອະນຸມູນ ອິດສະຫຼະຈະຊ່ວຍປ້ອງກັນຈໍປະສາດຕາ ແລະກະຈົກຕາຈາກອະນຸມູນອິດສະຫຼະທີ່ເປັນອັນຕະລາຍ.