ກະສິກຳເລັ່ງຊຸກຍູ້ກຸ່ມກຸ່ມຜະລິດພືດຜັກ

  ໃນວັນທີ 4 ພະຈິກ 2019 ທີ່ສູນຄົ້ນຄວ້າພືດຜັກ ແລະໄມ້ໃຫ້ໝາກຫາດດອນແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມພົບປະກຸ່ມຜູ້ຜະລິດພືດຜັກ ແລະພໍ່ຄ້າຄົນກາງໂດຍການເປັນປະທານຂອງ ທ່ານ ພວງ ປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ພ້ອມດ້ວຍພະແນກ, ຫ້ອງການ, ຕາງໜ້າພາກສ່ວນອຸດສາຫະກຳແລະການຄ້າ, ຕາງໜ້າກຸ່ມຜູ້ຜະລິດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນກອງປະຊຸມກະຊວງກະສິກຳ ແລະປ່າໄມ້ໄດ້ເລັ່ງຊຸກຍູ້ການປູກພືດຜັກ ແລະໝາກໄມ້ໃຫ້ກາຍເປັນສິນຄ້າໂດຍແນໃສ່ຈັດຕັ້ງຢູ່ 5 ເມືອງຄື: ເມືອງຫາດຊາຍຟອງ, ໄຊທານີ, ນາຊາຍທອງ, ສີໂຄດຕະບອງ ແລະເມືອງປາກງື່ມ, ມີຈຳນວນ 14 ກຸ່ມ, ມີ 375 ຄອບຄົວ, ນອກນັ້ນ ຍັງມີຕາງໜ້າຂອງແຕ່ລະກຸ່ມໃຫ້ຄວາມຄິດເຫັນໃນການຈັດຕັ້ງປະຕິບັດ ແລະ ບັນຫາຕ່າງໆໃນໄລຍະຜ່ານມາເພື່ອຊອກຫາແນວທາງໃນການແກ້ໄຂບັນຫາຮ່ວມກັນຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ລົງໄປຢ້ຽມຢາມສວນຜັກອິນຊີ ແລະຕິດຕາມການຜະລິດຂອງແຕ່ລະກຸ່ມ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ປີ 2019 ນີ້ ນະຄອນຫຼວງວຽງຈັນ ແມ່ນສາມາດປັກດຳເຂົ້າໄດ້ທັງໝົດ 66.279 ເຮັກຕາ ເທົ່າກັບ 97%, ການຜະລິດພືດຜັກສາມາດປະຕິບັດໄດ້ 112.788 ໂຕນ, ການຜະລິດໄມ້ໃຫ້ໝາກ ປະຕິບັດໄດ້ 26.433 ໂຕນ ແລະຍັງມີໂຄງ ການປູກພືດຜັກອິນຊີສາມາດຜະລິດໄດ້ 3.000 ໂຕນ ໃນນັ້ນທີ່ຂາຍໃນຕະຫຼາດນັດພືດຜັກອິນຊີໃນປີ 2019 ໄດ້ 1.500 ກວ່າໂຕນ, ຊຶ່ງໄດ້ວາງຂາຍຢູ່ 6 ຈຸດຄື: ຈຸດທີ 1 ບ້ານດົງນາໂຊກໃນຕອນແລງຂອງວັນຈັນ ແລະວັນພະຫັດ, ຈຸດທີ 2 ຢູ່ສູນການຄ້າລາວ-ໄອເຕັກ ຕອນເຊົ້າທຸກໆວັນພຸດ ແລະວັນເສົາ, ຈຸດທີ 3 ຢູ່ໜ້າໂຮງແຮມລາດຊະວົງ (ຫຼັກ 5) ໃນຕອນ ແລງຂອງວັນຈັນ ແລະວັນພະຫັດ, ຈຸດທີ 4 ຕະຫຼາດຫ້ວຍຫົງແມ່ນທຸກໆວັນເສົາ, ຈຸດທີ 5 ຢູ່ສູນການຄ້າວຽງຈັນເຊັນເຕີ້ຄືທຸກວັນພຸດ ແລະວັນອາທິດ ແລະຈຸດທີ 6 ບ້ານສ້າງຄູ້ໃນຕອນແລງຂອງວັນຈັນ ແລະວັນພະຫັດ, ການປູກຜັກອິນຊີນີ້ແມ່ນຊ່ວຍແກ້ໄຂຄວາມທຸກຍາກ ແລະສ້າງລາຍຮັບໃຫ້ກັບຊາວກະສິກອນໄດ້ເປັນຢາງດີ.

ສະໜັບສະໜຸນໂດຍ: HONDA

__________

ຂຽນໂດຍ: ອາລຸນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444