ກະລໍ່າດອກ ສະໝຸນໄພທີ່ໃຫ້ປະໂຫຍດຢ່າງຫຼວງຫຼາຍ

ກະລໍ່າດອກ 100 ກຣາມ ມີປະລິມານໂຟເຫຼດ 57 ໄມໂຄກກຣາມປະລິມານ 100 ກຣາມໃຫ້ພະລັງ ງານພຽງ 26 ແຄລໍລີ້ ອີກທັງມີສານຕ້ານອະນຸມູນອິດສະຫຼະວິຕາມິນບີ 3, ວິຕາມິນບີ 5, ບີ 6 ແລະ ວິຕາມິນບີ 1, ຊຶ່ງຈຳເປັນສຳລັບການເຜົາຜານໄຂມັນ ໂປຣຕີນຄາໂບໄຮເດດ ແລະເຕັມໄປດ້ວຍແຮ່ທາດສຳ ຄັນເຊັ່ນ: ແມງການີສ ທອງແດງ ເຫຼັກ ແຄນຊຽມ ແລະໂພເທສຊຽມທີ່ເປັນປະໂຫຍດຕໍ່ຮ່າງກາຍຫຼາຍຊະນິດ ແລະໂຟເຫຼດເປັນສານອາຫານທີ່ຈຳເປັນສຳລັບຍິງຖືພາມີສ່ວນຊ່ວຍຄວບຄຸມການທຳງານ ຂອງຫົວໃຈຫຼຸດຄວາມສ່ຽງການເກີດໂລກຫົວໃຈ ແລະຫຼອດເລືອດໄດ້ ແລະຍັງສາມາດຊ່ວຍຫຼຸດນໍ້າໜັກ ໄດ້ອີກນອກນັ້ນຍັງມີປະໂຫຍດອີກຫຼາກຫຼາຍ.

- ຕ້ານມະເຮັງ: ເພາະສານຊັນໂຟຣາເຟນ (Sulforaphane) ແລະສານ indole-3-carbinol ຊຶ່ງສານເຫຼົ່ານີ້ເປັນສານຕ້ານອະນຸມູນອິດສະຫຼະທີ່ ຊ່ວຍປ້ອງກັນມະເຮັງຕ່ອມລູກໝາກ,ມະເຮັງເຕົ້ານົມ, ມະເຮັງປາກມົດລູກ, ມະເຮັງລຳໃສ້, ມະເຮັງຮັງໄຂ່.

- ຊ່ວຍສ້າງພູມຄຸ້ມກັນໃຫ້ແຂງແຮງເປັນແຫຼ່ງຂອງວິຕາມິນຊີ ປະລິມານພຽງ 100 ກຣາມໃຫ້ປະ ລິມານວິຕາມິນຊີ 48.2 ມິນລີກຣາມ ຊຶ່ງວິຕາມິນຊີເປັນສານຕ້ານອະນຸມູນອິດສະຫຼະຈາກທຳມະຊາດ ທີ່ຈະຊ່ວຍເສີມສ້າງພູມຄຸ້ມກັນ ແລະປ້ອງກັນການຕິດ ເຊື້ອ.
- ຂັບສານພິດໃນຮ່າງກາຍ: ມີໄຟເບີ້ສູງ ຈຶ່ງຊ່ວຍ ກະຕຸ້ນລຳໃສ້ເຮັດໃຫ້ກາກອາຫານນຸ້ມລົງແກ້ອາການທ້ອງຜູກໄດ້ດີມີເສັ້ນໃຍອາຫານສູງຈຶ່ງຊ່ວຍລະບົບທາງເດີນອາຫານດູດຊຶມສານພິດທີ່ສະສົມຢູ່ຕາມຜະໜັງລຳໃສ້ໃຫ້ອອກໄປ.

--------------------
ໜັງສືພິມເສດຖະກິດ-ສັງຄົມ