ພຽງກິນໝາກອຶ ມື້ລະ 2-3 ປ່ຽງ ເທົ່ານັ້ນແຕ່ປະໂຫຍດພຽບ

ໝາກອຶມີສານຕ້ານອະນຸມູນອິດສະຫຼະ,ມີເບຕ້າແຄໂລທີນສູງ,ມີກົດໂປຣໄພໂອນິ,ມີສານຄິວເຄເບຕິນສາມາດປ້ອງກັນແລະຮັກສາໂລກຫຼາຍໂລກເຊັ່ນ: ໂລກເບົາຫວານ,ໂລກຄວາມດັນເລືອດສູງ,ໂລກຕັບ,ໂລກໄຕແລະການນຳໝາກອຶມາໃຊ້ເປັນຢານັ້ນສາມາດໃຊ້ໄດ້ທັງຊີ້ນແລະແກ່ນ,ຮາກແລະເຄືອໝາກອຶເອີ້ນວ່າມີປະໂຫຍດໝົດຕົ້ນ.

-  ຊ່ວຍໃນການສະລໍຄວາມເຖົ້າ.

- ຊ່ວຍຟື້ນຟູບຳລຸງສຸຂະພາບຜິວໃຫ້ເປັ່ງປັ່ງສົດໃສ ແລະຊ່ວຍປ້ອງກັນຜິວບໍ່ໃຫ້ແຫ່ວ.

- ຊ່ວຍບໍາລຸງ ແລະຮັກສາສາຍຕາ, ສາມາດກະ ຕຸ້ນການລັ່ງອິນຊູລິນ, ຊ່ວຍຫຼຸດລະດັບນໍ້າຕານໃນ ເລືອດໄດ້.

- ສາມາດຄວບຄຸມຄວາມດັນເລືອດ, ບຳລຸງຕັບ, ບຳລຸງໄຂ່ຫຼັງ,  ບຳລຸງສາຍຕາ  ແລະສ້າງເຊວໃໝ່ທົດ ແທນເຊວເກົ່າທີ່ເສື່ອມສະພາບ.

- ມີສ່ວນໃຫ້ເຊວມະເຮັງອ່ອນແອລົງ.

- ໃຫ້ພະລັງງານຕໍ່າ,ໄຂມັນໜ້ອຍເໝາະກັບຄົນທີ່ຕ້ອງການຄວບຄຸມນໍ້າໜັກ.

- ຊ່ວຍຂັບປັດສະວະສາມາດປ້ອງກັນການເກີດໂລກໜີ້ວໄດ້.

  • ມີລິດອຸ່ນ ຊຶ່ງຈະຊ່ວຍຍ່ອຍອາຫານໄດ້ເປັນຢ່າງດີ.
  • ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ