ພິທີມອບ-ຮັບ ໃບປະກາສະນີຍະບັດ ສະຫຼອງຜົນສໍາເລັດຂອງພະນັກງານຄົນລາວທີ່ມີທ່າກ້າວເປັນຜູ້ນໍາພະແນກ ຢູ່ບໍລິສັດ ພູເບ້ຍ ມາຍນິງ

ວ່າງບໍ່ດົນມານີ້, ບໍລິສັດ ພູເບ້ຍ ມາຍນິງ ຍ້ອງຍໍຊົມເຊີຍຜູ້ຈົບຫຼັກສູດ ຈໍານວນ 139 ຄົນ ໃນນັ້ນລວມມີພະນັກງານຄົນລາວຂອງບໍລິສັດ ພູເບ້ຍ ມາຍນິງ ຈໍານວນ 118 ຄົນ ແລະ ຜູ້ຮັບເໝົາຂອງບໍລິສັດ ຈໍານວນ 21 ຄົນ, ທີ່ສໍາເລັດໂຄງການຫຼັກສູດການພັດທະນາທັກສະຄວາມເປັນຫົວໜ້າຄຸມງານຂອງບໍລິສັດ. ຄວາມສໍາເລັດຂອງພວກເຂົາໄດ້ຮັບການຍ້ອງຍໍ ຢູ່ພິທີມອບຮັບໃບປະກາສະນີຍະບັດ ຊຶ່ງຈັດຂຶ້ນຢູ່ໂຮງແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໃນວັນທີ 14 ກຸມພາຜ່ານມາ. ນີ້ແມ່ນກຸ່ມນັກຮຽນລຸ້ນທີ 14 ນັບຕັ້ງແຕ່ເລີ້ມໂຄງການຫຼັກສູດດັ່ງກ່າວໃນປີ 2011.

ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດຢູ່ພາຍໃນເຂດດໍາເນີນງານຂອງບໍລິສັດ ພູເບ້ຍ ມາຍນິງ, ເຊິ່ງຖືກອອກແບບມາເພື່ອສະໜັບສະໜູນແຮງງານລາວທີ່ເຂົ້າຮັບບົດບາດຕໍາແໜ່ງຂັ້ນສູງຂຶ້ນດ້ວຍການຈັດຝຶກອົບຮົມຫຼັກສູດ ທີ່ຈໍາເປັນແກ່ບັນດາຫົວໜ້າທີມງານ, ຫົວໜ້າຄຸມງານ ແລະ ພະນັກງານທີ່ມີທ່າແຮງທີ່ຈະເປັນພະນັກງານຂັ້ນນໍາ ໃນປັດຈຸບັນ ໂດຍມີການຝຶກອົບຮົມທີ່ຈໍາເປັນເພື່ອຄວາມສໍາເລັດ ໃນການປະຕິບັດວຽກງານອັນສໍາຄັນໃນຕໍາແໜ່ງນໍາພາ.

ຜູ້ເຂົ້າຮ່ວມໄດ້ຮັບການຝຶກອົບຮົມໃນ 10 ວິຊາເປັນພາສາລາວ ແລະ ອັງກິດ ຊຶ່ງກວມເອົາຂົງເຂດສໍາຄັນຕ່າງໆເຊັ່ນ: ການນໍາພາເຮັດວຽກເປັນທີມ, ການໃຫ້ຄໍາປຶກສາດ້ານການປະຕິບັດວຽກງານ, ການແກ້ໄຂບັນຫາ, ການແກ້ໄຂຂໍ້ຂັດແຍ່ງ, ການສື່ສານ, ແລະ ເຕັກນິກການມອບໝາຍວຽກງານ. ເພື່ອຜ່ານການສອບປະເມີນຜົນ, ຜູ້ເຂົ້າຮ່ວມຕ້ອງສໍາເລັດການຝຶກອົບຮົມຕາມຫຼັກສູດ 80 ຊົ່ວໂມງ ເຊິ່ງມີ ກໍລະນີສຶກສາ ແລະ ພາກຝຶກຫັດຕົວຈິງ.

ທ່ານ ດາລິງ ເຊັງ, ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌, ໄດ້ກ່າວເຖິງໂຄງການຫຼັກສູດພັດທະນາທັກສະຄວາມເປັນຜູ້ນໍາ ທີ່ບັນລຸຕາມເປົ້າໝາຍການພັດທະນາແຮງງານທ້ອງຖິ່ນຂອງບໍລິສັດ ແພນອອສ໌ ຢູ່ລາວ.

ທ່ານ ແດນນ້ຽວ ກ່າວວ່າ “ບໍລິສັດ ແພນອອສ໌ ມີຄວາມມຸ້ງໝັ້ນອັນເຂັ້ມແຂງ ໃນການພັດທະນາ ແລະ ເພິ້ມທັກສະໃໝ່ໃຫ້ແຮງງານລາວ ຜ່ານໂຄງການຫຼັກສູດດັ່ງກ່າວ ແລະ ຜ່ານຫຼາຍກິດຈະກໍາການຝຶກອົບຮົມອື່ນໆ ພາຍໃນບໍລິສັດ. “ພວກເຮົາສຸມໃສ່ພັດທະນາແຮງງານລາວໃຫ້ເຮັດວຽກແທນຕໍາແໜ່ງຄົນຕ່າງປະເທດຫຼາຍຕໍາແໜ່ງ, ເພີ້ມແຜນທັກສະຄວາມສາມາດພາຍໃນຂອງພວກເຮົາ, ແລະ ສະໜັບສະໜູນແຮງງານຄົນລາວທີ່ສະແດງສັກກະຍາພາບຂອງຕົນ ເພື່ອຮັບຜິດຊອບຕໍາແໜ່ງຂັ້ນສູງຫຼາຍຂຶ້ນ,”

ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ, ໃຫ້ຮູ້ຕື່ມອີກວ່າ: “ພວກເຮົາມີເປົ້າໝາຍໃນແຕ່ລະປີ ແມ່ນເພື່ອຈັດຕັ້ງປະຕິບັດແຜນງານຝຶກອົບຮົມຕ່າງໆພາຍໃນບໍລິສັດຫຼາຍຂຶ້ນ ທີ່ຈັດໃຫ້ພະນັກງານລາວຫຼາຍກວ່າ 93 ສ່ວນຮ້ອຍ ແລະ ມີພະນັກງານຂອງບໍລິສັດຜູ້ຮັບເໝົາຫຼາຍກວ່າ 1,000 ຄົນ ທີ່ເຮັດວຽກຢູ່ບັນດາໂຄງການຂອງພວກເຮົາ. ໂຄງການຫຼັກສູດນີ້ ແມ່ນຊ່ວຍໃຫ້ພວກເຂົາມີທັກສະ ແລະ ຄວາມສາມາດທີ່ຈໍາເປັນ ເພື່ອຈະກ້າວຂຶ້ນໄປຮັບຕໍາແໜ່ງຂັ້ນສູງຂຶ້ນ ແລະ ປະກອບສ່ວນເຂົ້າໃນການເຕີບໂຕຂອງອົງກອນພວກເຮົາຢ່າງຍືນຍົງ”.

ໂຄງການຫຼັກສູດພັດທະນາທັກສະຄວາມເປັນຫົວໜ້າຄຸມງານນີ້ ແມ່ນຮາກຖານສໍາຄັນຕໍ່ຄວາມມຸ້ງໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ໃນການສົ່ງເສີມຄວາມສາມາດຂອງຄົນທ້ອງຖິ່ນ ແລະ ສະໜັບສະໜູນການພັດທະນາອາຊີບຂອງແຮງງານບໍລິສັດ. ດ້ວຍການລົງທຶນເຂົ້າໃນທັກສະ ແລະ ຄວາມສາມາດຕ່າງໆຂອງພະນັກງານ, ບໍລິສັດ ພູເບ້ຍ ມາຍນິງ ສືບຕໍ່ເຮັດໃຫ້ໂຄງການຂອງບໍລິສັດມີເຂັ້ມແຂງ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວໃນວົງກວ້າງ.