ກະຊວງການຕຕ່າງປະເທດ ລາວ-ກູບາ ​ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນຂອງສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະ​ນະ​ໄດ້ເດີນ​ທາງມາ​​ຢ້ຽມ​ຢາມ ສປປ ລາວ ​ຢ່າ​ງ​ເປັນ​ທາງ​ການ​ ໃນວັນທີ 20-21 ກຸມພາ 2025, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອດີງາມມາດົນນານ ແລະຄວາມສາມັກຄີຖານສະຫາຍອ້າຍນ້ອງລະຫວ່າງ ສອງພັກສອງລັດກໍຄືປະຊາຊົນສອງຊາດລາວ ແລະກູບາ ໃຫ້ເລິກເຊິ່ງ ແລະມີປະສິດທິຜົນຍິ່ງໆຂຶ້ນ.

ໃນຕອນເຊົ້າຂອງວັນທີ 21 ກຸມພາ 2025ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະສອງຝ່າຍຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ກູບາ ພ້ອມຄະນະ ທີ່ກະຊວງການຕ່າງປະເທດ. 

ໃນໂອກາດນີ້ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອມາແຕ່ຍາວນານບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ຈົນເຖິງປະຈຸບັນ, ເຊິ່ງສະແດງອອກໃນການໄປມາຫາສູ່ແລກປ່ຽນການຢ້ຽມຢາມ ຢ່າງເປັນປົກກະຕິຂອງການນໍາຂັ້ນສູງຂອງສອງປະເທດກໍ່ຄືການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນປີ 2023 ຜ່ານມາ; ພິເສດແມ່ນປີ 2024 ສອງປະເທດໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ, ກູບາ-ລາວ ທີ່ ນະຄອນຫຼວງວຽງຈັນ, ແລະ ຕາງໜ້າໃຫ້ ພັກ-ລັດຖະບານກູບາ ເຂົ້າຮ່ວມງານໂດຍ ສະຫາຍ Juan Esteban Lazo Hernandez, ປະທານສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ .ກູບາ, ຜູ້ຕາງໜ້າພິເສດ ແຫ່ງ . ກູບາ, ເຊິ່ງຖືເປັນປີທີ່ມີຄວາມໝາຍສໍາຄັນ ທັງຍັງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ການພົບປະໃນຄັ້ງນີ້ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ, ພ້ອມທັງກວດກາຄືນ ແລະຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ, ລວມທັງກໍານົດທິດທາງແຜນການຮ່ວມມືຂະແໜງການຕ່າງໆໃນຕໍ່ໜ້າເປັນຕົ້ນດ້ານການເມືອງ, ສາທາລະນະສຸກ, ການສຶກສາ, ກິລາ, ການຄ້າ-ການລົງທຶນ, ກະສິກໍາ, ວັດທະນະທໍາ-ສັງຄົມ ແລະອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະມີຜົນປະໂຫຍດຮ່ວມກັນ. ພ້ອມນີ້, ສອງຝ່າຍເຫັນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ, ຫຼາຍຝ່າຍ ໂດຍສະເພາະ ໃນເວທີ ສປຊຂະບວນການບໍ່ຮ່ວມກຸ່ມກຸ່ມ 77 ແລະ ຈີນແລະ ໃນເວທີອື່ນໆ. ນອກຈາກນີ້ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນທີ່ພົ້ນເດັ່ນຂອງຕົນແລກປ່ຽນຄຳຄິດຄຳເຫັນຕໍ່ກັບສະພາບການພາກພື້ນ ແລະສາກົນທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນພ້ອມທັງສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່ ແລະ ສະແດງຄວາມມຸ່ງໝັ້ນທີ່ຈະຮ່ວມເຮັດວຽກກັບສະຫາຍລັດຖະມົນຕີຢ່າງສະໜິດແໜ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງສອງພັກສອງລັດ ກໍ່ຄື ປະຊາຊົນສອງຊາດລາວ ແລະ ກູບາ, ພ້ອມທັງເຊື້ອເຊີນ ສະຫາຍ ທອງສະຫວັນ ພົມວິຫານ ຢ້ຽມຢາມກູບາໃນໂອກາດທີ່ເໝາະສົມ.

ໃນຕອນທ້າຍສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ພັກ ແລະລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ; ແລະ ຢ້ຳຄືນເຖິງຄວາມມຸ່ງໝັ້ນທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ຂະແໜງການຕ່າງໆຂອງ ລາວ ແລະ ກູບາ ຢ່າງສຸດຄວາມສາມາດ,ພ້ອມທັງຈະຫາໂອກາດກະກຽມຢ້ຽມຢາມກູບາໃນເວລາທີ່ເໝາະສົມ. ພ້ອມດຽວກັນ, ກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ຈົ່ງຫມັ້ນຍືນສືບຕໍ່ເຂັ້ມແຂງຂະຫຍາຍຕົວ ແລະມີປະສິດທິຜົນຍິ່ງຂຶ້ນ. 

ຂ່າວ ກະຊວງການຕ່າງປະເທດ