ລາວ-ໄທ ເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ພະນະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ - ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ທໍານຽບລັດຖະບານ ໂດຍການເຂົ້າຮ່ວມຂອງ ພະນະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສອງປະເທດ. ພາຍຫຼັງສໍາເລັດພິທີຕ້ອນຮັບ, ສອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ດໍາເນີນການພົບປະສອງຝ່າຍ ຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນ ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ທີ່ມີໝາກຜົນ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 75 ປີ ຜ່ານມາ, ກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືດ້ານຕ່າງໆ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ. ສອງລັດຖະບານ ໄດ້ເຫັນດີເອກະພາບຮ່ວມກັນ ສືບຕໍ່ສົ່ງເສີມການແລກປ່ຽນຢ້ຽມຢາມ ແລະ ການໄປມາຫາສູ່ຊຶ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງ ຂອງສອງປະເທດ ກໍຄືລະຫວ່າງ ທ້ອງຖິ່ນ ຢ່າງເປັນປົກກະຕິ ເພື່ອສ້າງເງື່ອນໄຂທີ່ເອື້ອອໍານວຍ ໃຫ້ແກ່ການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມື ແລະ ແກ້ໄຂບັນຫາ ທີ່ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງສອງປະເທດ ໃນການສະກັດກັ້ນ ແລະ ປາບປາມອາຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນ ຢາເສບຕິດ ແລະ ການໂຈລະກໍາທາງໄຊເບີ ພ້ອມທັງຮ່ວມມືກັນ ແກ້ໄຂບັນຫາໝອກຄວັນຂ້າມແດນ. ເພີ່ມທະວີຄວາມພະຍາຍາມໃນການກໍານົດເສັ້ນຊາຍແດນ ໃຫ້ມີຄວາມຄືບໜ້າ. ປັດຈຸບັນ, ສອງປະເທດໄດ້ດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນທາງບົກໄດ້ສໍາເລັດແລ້ວ 93%, ຍັງຄົງຄ້າງ 7% ໃນຈໍານວນ 14 ບໍລິເວນ. ສ່ວນຊາຍແດນທາງນໍ້າ ໄດ້ເອກະພາບຮ່ວມກັນສ້າງແຜນແມ່ບົດ ແລະ ຂໍ້ກໍານົດທາງດ້ານເຕັກນິກ (TOR) ເພື່ອເປັນບ່ອນອີງ ໃນການດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍທາງນໍ້າ ຕໍ່ໄປ.
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ເຫັນດີໃນການສ້າງປັດໄຈ ແລະ ເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການຄ້າ-ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີໝາກຜົນເປັນຮູບປະທໍາຍິ່ງຂຶ້ນ ເປັນຕົ້ນແມ່ນ ການພັດທະນາເສັ້ນທາງຄົມມະນາຄົມ, ທັງທາງບົກ ແລະ ທາງລາງ, ຂົວເຊັ່ນ: ການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໃຫ້ສໍາເລັດໃນປີ 2025, ການກໍ່ສ້າງຂົວຂ້າມນໍ້າຂອງ ຈອມເພັດ-ນະຄອນ-ຫຼວງພະບາງ, ຂົວສໍາລັບລົດໄຟ ແລະ ການພັດທະນາເສັ້ນທາງເລກທີ 12 ເພື່ອເຊື່ອມຈອດແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ການເຊື່ອມຈອດຕາຂ່າຍໄຟຟ້າ,ການປັບປຸງແກ້ໄຂຂອດປະສານງານ ແລະ ສິ່ງກີດຂວາງທາງດ້ານການຄ້າຕ່າງໆຮ່ວມກັນ ຄຽງຄູ່ກັບການສົ່ງເສີມການລົງທຶນ ເພື່ອການແປຮູບເປັນສິນຄ້າ, ການນໍາເຂົ້າ-ສົ່ງອອກ ໂດຍສະເພາະ ສິນຄ້າກະສິກໍາ, ນໍ້າມັນເຊື້ອໄຟ ແລະ ອື່ນໆ. ສອງຝ່າຍ ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືເພື່ອການພັດທະນາ, ທຶນການສຶກສາ 75 ທຶນ, ສາທາລະນະສຸກ, ກະສິກໍາ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການທ່ອງທ່ຽວ, ຍຸຕິທໍາ ແລະ ແຮງງານ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ຕໍ່ສະພາບການພົ້ນເດັ່ນພາຍໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ພະນະ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຍິນດີທີ່ໄດ້ພົບປະກັບ ພະນະ ທ່ານ ນາງ ແພທອງທານ ຊິນນະວັດ ອີກຄັ້ງໜຶ່ງ ພາຍຫຼັງທີ່ໄດ້ພົບປະກັນ ຢູ່ ນະຄອນຫຼວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ, ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນເດືອນຕຸລາ 2024 ທີ່ຜ່ານມາ. ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະ ແມ່ນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໃນຂະນະດຽວກັນ, ພະນະ ທ່ານ ນາງ ແພທອງທານ ຊິນນະວັດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງຖືເປັນໜຶ່ງໃນກິດຈະກໍາ ທີ່ມີຄວາມໝາຍສໍາຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ-ໄທ ໃນປີ 2025 ນີ້, ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
ພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມກັນ ຈໍານວນ 4 ສະບັບຄື: 1) ສັນຍາການບໍລິຫານຈັດການທາງດ້ານເຕັກນິກ ການຂົນສົ່ງຜູ້ໂດຍສານທາງລົດໄຟ ລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ; 2) ແຜນປະຕິບັດງານ ປະຈໍາປີ 2025-2027 ເພື່ອຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານຍຸຕິທໍາ ແລະ ກົດໝາຍ ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ຣາຊະອານາຈັກໄທ; 3) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະນະກໍາມະການຮ່ວມມືດ້ານການຄ້າ, ອຸດສາຫະກໍາ ແລະ ການທະນາຄານຂອງປະເທດໄທ; 4) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລ ແມ່ຟ້າຫຼວງ ແຫ່ງ ຣາຊະອານາຈັກໄທ. ຫຼັງຈາກນັ້ນ, ກໍໄດ້ເຂົ້າຮ່ວມພິທີເປີດກາສັນຍາລັກ (Logo) ສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຢ່າງເປັນທາງການ, ການຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນຂອງການພົບປະສອງຝ່າຍ, ກ່າວຄໍາເຫັນໃນກອງປະຊຸມພົບປະທຸລະກິດ ລາວ-ໄທ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ.
ຂ່າວ: ກົມການຂ່າວ,​ ກະຊວງການຕ່າງປະເທດ