ກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ຈະເປີດຂຶ້ນໃນທ້າຍເດືອນກຸມພາ 2025 ນີ້. ປັດຈຸບັນ ການກະກຽມແຕ່ລະດ້ານແມ່ນມີຄວາມພ້ອມ 100%.
ສະຫາຍ ປອ.ວັນນະໄຊ ຊາດຕະກຸນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງຈໍາປາສັກ ໃຫ້ສໍາພາດໃນວັດທີ 19 ກຸມພາ 2025 ນີ້ວ່າ: ການກະກຽມຄວາມພ້ອມໃນການດໍ່ເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະອົງຄະນະພັກຮາກຖານພະແນກ ຖວທ ແຂວງ, ມາຮອດປະຈຸບັນ, ວຽກງານແຕ່ລະດ້ານແມ່ນມີຄວາມພ້ອມແລ້ວ, ໃນນັ້ນ ດ້ານເນື້ອໃນ ໄດ້ຮ່າງບົດລາຍງານການເມືອງທັງ 2 ພາກສໍາເລັດ 100% ເຊິ່ງເນື້ອໃນ ໄດ້ສະຫຼຸບການນໍາພາຈັດຕັ້ງປະຕິບັດມະຕິກອງປະຊພມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານ (2020 - 2024) ທັງຕີລາຄາ ແລະ ຖອດຖອນບົດຮຽນຜົນການຈັດຕັ້ງປະຕິບັດ, ຊອກໃຫ້ເຫັນສາເຫດ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອເປັນບ່ອນອີງໃນການວາງຄາດໝາຍສູ້ຊົນ ແລະ ກຳນົດບັນດາທິດທາງໜ້າທີ່ລວມ ໃນ 5 ປີຕໍ່ໜ້າ ຢ່າງຖືກຕ້ອງ, ສອດຄ່ອງກັບຈຸດພິເສດ ແລະ ທ່າແຮງຂອງພະແນກ ຖວທ ແຂວງ. ດ້ານບຸກຄະລະກອນ, ໄດ້ສໍາເລັດການທາບທາມບຸກຄະລາກອນເຂົ້າໂຄງປະກອບຄະນະພັກຮາກຖານ ຮອບທີ III ແລ້ວ. ດ້ານຂະບວນການຕ່າງໆ ກໍໄດ້ຊຸກຍູ້ສະມາຊິກພັກ, ພະນັກງານ - ລັດຖະກອນ ເອົາໃຈໃສ່ການຮັກສາອະນາໄມ ແລະ ການປ້ອງກັນເວນຍາມສໍານັກງານຫ້ອງການ ເພື່ອຮັບປະກັບເຮັດໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນ ທົ່ວຄະນະພັກຮາກຖານ.
ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນ 5 ປີຜ່ານມາ ໂດຍສະເພາະແມ່ນ 3 ວຽກ ຄື: ວຽກຖະແຫຼງຂ່າວ - ສື່ມວນຊົນ, ວຽກງານຂົງເຂດວັດທະນະທໍາ ແລະ ວຽກງານການທ່ອງທ່ຽວ, ໃນນັ້ນ ວຽກຖະແຫຼງຂ່າວ - ສື່ມວນຊົນ, ໄດ້ເອົາໃຈໃສໃນການຄຸ້ມຄອງ, ຕິດຕາມການເຄື່ອນໄຫວວຽກງານຕ່າງໆດ້ານຖະແຫຼງຂ່າວຢ່າງເຂັ້ມງວດ ໃຫ້ເຄື່ອນໄຫວໄປຕາມລະບຽບກົດໝາຍ, ນິຕິກຳຕ່າງໆທີ່ວາງອອກໃນແຕ່ລະໄລຍະ ເຮັດໃຫ້ຫົວໜ່ວຍທຸລະກິດທີ່ເຄື່ອນໄຫວດ້ານຖະແຫຼງຂ່າວ ມີຄວາມເປັນລະບຽບຮຽບຮ້ອຍ; ປັບປຸງ, ຫັນປ່ຽນລະບົບເຕັກນິກຂອງວຽກງານສື່ມວນຊົນກ້າວໄປສູ່ທັນສະໄໝ ໂດຍນໍາໃຊ້ລະບົບດີຈິຕ້ອນ; ໄດ້ນໍາພາ - ຊີ້ນຳ ຂະແໜງການສື່ມວນຊົນທຸກປະເພດນັບແຕ່ຂັ້ນແຂວງ ແລະ ເມືອງ ເອົາໃຈໃສ່ເຮັດໜ້າທີ່ໂຄສະນາໃຫ້ແກ່ເຫດການສຳຄັນຂອງພັກ - ຂອງຊາດ ແລະ ສາກົນ, ປັບປຸງບັນດາເນື້ອໃນຂອງສື່ມວນຊົນ ໃຫ້ສ່ອງແສງຄວາມເປັນຈິງບໍ່ວ່າເຫດການທີ່ເກີດຂຶ້ນຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ, ສ້າງຄວາມຮັບຮູ້ - ເຂົ້າໃຈຕໍ່ເຫດການ, ສະພາບການເຄື່ອນໄຫວໃນຊີວິດການເມືອງ,ເສດຖະກິດ, ວັດທະນະທຳ - ສັງຄົມໃຫ້ແກ່ທົ່ວສັງຄົມ, ຮັບປະກັນຄວາມຖືກຕ້ອງດ້ານຂໍ້ມູນຂ່າວສານ, ໃຫ້ສາລະຄວາມຮູ້, ສຶກສາອົບຮົມປຸກລະດົມ ໂດຍຜ່ານຫຼາຍຊ່ອງທາງ, ຫຼາຍເຄື່ອຂ່າຍ ດ້ວຍຄວາມວ່ອງໄວ, ຊັດເຈນ, ທົ່ວເຖິງກວ່າເກົ່າ ທັງໃຫ້ຄຳຕອບຕໍ່ບັນຫາທີ່ສັງຄົມສົນໃຈຫຼາຍຂຶ້ນ; ຕອບຕ້ານປາກົດການຫຍໍ້ທໍ້, ຕີຖອຍເລ່ກົນມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະ ຖ້ອຍທຳນອງໂຄສະນາໂຈມຕີ ໂດຍນໍາໃຊ້ພາຫະນະສື່ມວນຊົນຂອງແຂວງ ຄື: ວິທະຍຸ, ໂທລະພາບ ແລະ ໜັງສືພິມຈຳປາໃໝ່ ເຊິ່ງມີທັງເພຈ, ເຟຊບຸກ ແລະ ຢູທູບ ທີ່ແທດເໝາະກັບແຕ່ລະເປົ້າໝາຍ ດ້ວຍຮູບການນໍາສະເໜີມີຫຼາຍຮູບ, ຫຼາຍສີ ດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ເບີ່ງໄດ້ດີສົມຄວນ ເຮັດໃຫ້ສາມາດຕອບຕ້ານຕໍ່ການໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ໄດ້ໃນລະດັບໜື່ງ.
ວຽກງານຂົງເຂດວັດທະນະທຳ, ໄດ້ຕັ້ງໝ້າປຸກລະດົມຊຸກຍູ້ຂະບວນການສົ່ງເສີມຊີວິດວັດທະນະທຳ, ສິລະປະວັນນະຄະດີ, ຂະນົບທຳນຽມ - ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ, ຂອງເຜົ່າຕ່າງໆ ເຊັ່ນ: ການສະແດງສິລະປະວັນນະຄະດີ, ການບູລະນະປະຕິສັງຂອນວັດວາອາຮາມ, ສະຖານບູຮານ, ວັດຖຸບູຮານທີ່ເປັນມໍລະດົກວັດທະນະທຳ ໂດຍສົມທົບກັບຂະແໜງການກ່ຽວຂ້ອງເຫັນໄດ້ວ່າ ຊີວິດວັດທະນະທຳ - ສັງຄົມຂອງແຂວງ ໃນປະຈຸບັນມີລັກສະນະຊາດກ້າວໝ້າຕາມຍຸກສະໄໜ, ວຽກງານວັດທະນະທໍາ ໄດ້ຮັບການພັດນະນາຄຽງຄູ່ກັບດ້ານເສດຖະກິດ, ສະກັດກັ້ນກະແສວັດທະນະທຳພາຍນອກຊອດກະຈາ ທີ່ຈະແຜ່ລາມເຂົ້າທໍາລາຍວັດທະນະທໍາອັນດີງາມຂອງທ້ອງຖິ່ນ ກໍຄືຂອງຊາດ. ເປັນເຈົ້າການຊຸກຍູ້ໃນທຸກຂະບວນການກິດຈະກຳຕ່າງໆຂອງແຂວງ ກໍຄືບັນດາເມືອງໃນການຈັດກິດຈະກຳງານບຸນປະເພນີຂອງປະຊາຊົນບັນດາເຜົ່າ; ໄດ້ເອົາໃຈໃສ່ຄຸ້ມຄອງຜູ້ປະກອບການທາງດ້ານວັດທະນະທຳ ໂດຍສະເພາະການອອກອະນຸຍາດສ້າງຕັ້ງ ແລະ ສືບຕໍ່ໂຮງພິມ, ຄະນະໝໍລຳເລື້ອງ, ວົງດົນຕີ, ປ້າຍ,ກິດຈະກຳສົ່ງເສີມການຂາຍ ພາຍໃຕ້ລະບຽບກົດໝາຍ ໂດຍໄດ້ສຸມໃສ່ການຜັນຂະຫຍາຍບັນດານິຕິກໍາ, ລະບຽບການ, ຂໍ້ກຳນົດກົດໝາຍໂດຍການໂຄສະນາຜ່ານສື່ວິທະຍຸ - ໂທລະພາບ, ໜັງສືພິມ ແລະ ໂຄສະນາຜ່ານສື່ອອນລາຍຕ່າງໆ ເພື່ອໃຫ້ລະບຽບການດັ່ງກ່າວໄດ້ອອກສູ່ສັງຄົມຢ່າງທົ່ວເຖິງ ແລະ ທັນການ. ວຽກງານມໍລະດົກໂລກວັດພູຈຳປາສັກ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາສະພາບໂຄງສ້າງຂອງອາຄານສະຖາປັດຕະຍະກຳເກົ່າແກ່ ແລະ ບັນດາຮ່ອງຮອຍທາງດ້ານວັດທະນະທຳ ແລະ ທຳມະຊາດອັນເປັນອົງປະກອບຂອງມໍລະດົກໂລກໃຫ້ຄົງຢູ່ກັບສະພາບເດີມ ແລະ ມີຄວາມຍືນຍົງຕະຫຼອດໄປ; ປະສານສົມທົບກັບກົມມໍລະດົກໂລກ ແລະ UNESSCO ເພື່ອປັບປຸບແຜນການຄຸ້ມຄອງມໍລະດົກໂລກວັດພູໃນແຕ່ລະປີ; ເຂົ້າຮ່ວມເຮັດວຽກກັບອົງການຈັດຕັ້ງສາກົນຕ່າງໆເຊັ່ນ: ໂຄງການຮ່ວມມືລາວ - ຝຣັ່ງ,ໂຄງການຝຣັ່ງ ເພື່ອການພັດທະນາ, ໂຄງການຈໍາປາ, ໂຄງການຮ່ວມມືລາວ - ອີນເດຍ, ໂຄງການຮ່ວມມືລາວ - ສ.ເກົາຫຼີ ໃນການຄຸ້ມຄອງ, ປົກປັກຮັກສາ, ຂຸດຄົ້ນ, ບູລະນະສ້ອມແປງ, ສ້າງຄວາມດຶງດູດໃຫ້ແກ່ມໍລະດົກທາງດ້ານວັດທະນະທຳ; ເປັນເຈົ້າການໃນການຄຸ້ມຄອງປົກປັກຮັກສາວັດຖຸບູຮານທີ່ວາງສະແດງໃນຫໍພິພິທະພັນແລະໃນສາງເກັບມ້ຽນວັດຖຸບູຮານໃຫ້ຢູ່ໃນສະພາບປົກກະຕິແລະມີຄວາມປອດໄພຮອບດ້ານ.
ວຽກງານທ່ອງທ່ຽວ ແຕ່ຕົ້ນປີ 2020 - ກາງປີ 2022 ຢູ່ ສປປ ລາວ ໄດ້ມີການລະບາດຂອງພະຍາດໂຄວິດ 19, ພາຍຫຼັງທີ່ລັດຖະບານສາມາດຄວບຄຸມການລະບາດຂອງພະຍາດໂຄວິດ - 19 ໄດ້ ແລະ ມີມາດຖະການຜ່ອນຜັນເປີດປະເທດເລີ່ມແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ເຮັດໃຫ້ບັນຍາການໃນການທ່ອງທ່ຽວເລີ່ມດີຂຶ້ນເລື່ອຍໆ ເຊີ່ງໄລຍະຕົ້ນ ໄດ້ສຸມໃສ່ການຟື້ນຟູ,ປັບປຸງປົວແປງຍົກລະດັບຄວາມສາມາດທາງດ້ານການບໍລິການ, ເປີດຊ່ອງທາງທ່ຽວທ່ຽວສີຂຽວ ເພື່ອຮອງຮັບການດຶງດູດ, ການເຜີຍແຜ່ ແລະ ຝຶກອົບຮົມໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວ (lao safe) ເພື່ອສ້າງຄວາມເຊື່ອໜັ້ນແລະ ຮັບປະກັນຄວາມປອດໄພຈາກພະຍາດໂຄວິດ-19 ໃຫ້ແກ່ນັກທ່ອງທ່ຽວ, ຕິດພັນກັບການເຮັດການໂຄສະນາການທ່ອງທ່ຽວ ເພື່ອດືງດູດນັດທ່ອງທ່ຽວເຂົ້າມາໃຫ້ຫຼາຍຂຶ້ນ. ໃນແຜນ 5 ປີ(2021 - 2025), ຄາດວ່າຈະມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວແຂວງຈໍາປາສັກ ຈຳນວນ 1.162.686 ເທື່ອຄົນ, ຜ່ານຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການທ່ອງທ່ຽວພາຍໃນ “ ລາວທ່ຽວລາວ ” ແລະ ນະໂຍບາຍການເປີດປິທ່ອງທ່ຽວ 2024 ແຕ່ປີ 2021 - 2024), ມີນັກທ່ອງທ່ຽວທັງໝົດ 889.635 ເທື່ອຄົນ, ທຽບໃສ່ແຜນ 5 ປີ ທີ່ສະພາຮັບຮອງ 1.162.686 ເທື່ອຄົນ, ປະຕິບັດໄດ້ 77%, ສາມາດສ້າງລາຍຮັບໄດ້ທັງໝົດ 162.172.110 ໂດລາສະຫະລັດ ແລະ ຄາດໜາຍໝົດປີ 2025 ຈະບັນລຸໄດ້ຕາມແຜນທີ່ກຳນົດໄວ້.
ສະຫາຍ ປອ.ວັນນະໄຊ ຊາດຕະກຸນ ກ່າວຕອນທ້າຍອີກວ່າ: ທິດທາງແຜນການເຄື່ອນໄຫວນຳພາ - ຊີ້ນຳ ໃນ 5 ປີຕໍ່ໜ້າ, ຄະນະພັກຮາກຖານພະແນກ ຖວທ ແຂວງ ຈະສືບຕໍ່ເອົາໃຈໃສ່ນໍາພາດ້ານການເມືອງ - ແນວຄິດ, ປັບປຸງການຈັດຕັ້ງ, ລະບອບແບບແຜນວິທີເຮັດວຽກ, ຍົກລະດັບຄວາມຮູ້ທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຄວາມຮູ້ດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ; ສືບຕໍ່ປັບປຸງຍົກລະດັບພື້ນຖານເຕັກນິກຂອງສື່ມວນຊົນ, ປັບປຸງເນື້ອໃນລາຍການ - ຄໍລຳ ໃຫ້ມີຫຼາຍສີສັນ ແລະ ມີສ່ວນຮ່ວມຂອງສັງຄົມ ເພື່ອສ້າງໃຫ້ສື່ມວນຊົນມີຄວາມເຂັ້ມແຂງ, ປົກປັກຮັກສາ, ສົ່ງເສີມ ແລະ ຟື້ນຟູມໍລະດົກວັດທະນະທຳທາງວັດຖຸ ແລະ ຈິດໃຈອັນຊົງຄຸນຄ່າຂອງຊາດ, ທ້ອງຖິ່ນ; ພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງຕາມທິດສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະປະຫວັດສາດ ເຮັດໃຫ້ແຂວງຈຳປາສັກເປັນທີ່ຮັບຮູ້ ແລະ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຢ່າງກວ້າງຂວາງ; ສືບຕໍ່ປັບປຸງດ້ານການເງິນງົບປະມານ ເພື່ອໃຫ້ມີລາຍຮັບປະກອບໃຫ້ການເຄື່ອນໄຫວວຽກງານມີຄວາມຄ່ອງຕົວ, ເອົາໃຈໃສ່ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດສວຍງາມຂອງສຳນັກງານ; ສືບຕໍ່ການພົວພັນຮ່ວມມືກັບຕ່າງປະເທດຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມລັດ ແລະ ຂອງແຂວງ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.
ຂ່າວ-ພາບ: ທູນທອງໃຈ