ບຸນມະໂຫລານຍີ່ປຸ່ນສະຫຼອງຄົບຮອບ 70 ປີແຫ່ງສາຍພົວພັນການທູດລາວ-ຍີ່ປຸ່ນ

ພິທີເປີດບຸນມະໂຫລານຍີ່ປຸ່ນ 2025 ເພື່ອສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດລະຫວ່າງ ລາວ ແລະຍີ່ປຸ່ນ ຈັດຂຶ້ນວັນທີ 14-15 ກຸມພາ 2024 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນາທຳ ແລະທ່ອງທ່ຽວທ່ານ ຊຶໂຕມຸ ໂຄອິຊຶມິ ເອກອັກຄະລາຊະທູດ ຍີ່ປຸ່ນປະຈຳລາວ ພ້ອມດ້ວຍບັນດາການນຳພັກ-ລັດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
 
ບຸນມະໂຫລານຍີ່ປຸ່ນແມ່ນເທດສະການຍີ່ປຸ່ນທີ່ໃຫຍ່ທີ່ສຸດໃນປະເທດລາວ ເຊິ່ງຈັດຂຶ້ນທຸກໆ 2 ປີ ຫຼື 3 ປີ ໂດຍເລີ່ມມາແຕ່ປີ 2011 ຜ່ານມາ ເຊິ່ງງານປີນີ້ມີນັກສະແດງເທິງເວທີ ແລະ ກິດຈະກໍາທີ່ຫຼາກຫຼາຍ ສຳລັບວັນທີ 14 ກຸມພາ ໄດ້ເລີ່ມຕົ້ນການສະແດງເຕັ້ນໂດຍຜ່ານເລື່ອງລາວ Dance Company ທີ່ສ້າງຕັ້ງໂດຍນັກເຕັ້ນຜູ້ມີຊື່ສຽງ 2 ຄົນຄື C-LII ຈາກປະເທດລາວ ແລະ Asako ຈາກປະເທດຍີ່ປຸ່ນ ແລະ ອຸກົງ ທາກາຟູຈິ ນັກຟ້ອນພື້ນເມືອງຍີ່ປຸ່ນທີ່ມີຊື່ສຽງລະດັບໂລກນໍາເອົາການສະແດງສົດ Shishimai (ລະບໍາສິງໂຕ) ສຸດອະລັງການມາໃຫ້ແຂກໄດ້ຮັບຊົມ ໄດ້ມີນັກຮ້ອງເພງປ້ອບຈາກຍີ່ປຸ່ນ krage ມາປະກົດຕົວເປັນຄັ້ງທໍາອິດທີ່ປະເທດລາວນຳອີກ ພ້ອມກັບຄວາມສາມາດໃນການແຕ່ງເພງ ແລະ ການສະແດງທີ່ເປັນເລີດ ໃນວັນທີ 15 ກຸມພາຜ່ານມາການສະແດງຂອງທີມ “Matsuri" (ເທສະການ) ທີ່ລວມມີນັກຮຽນປະຖົມ ແລະ ມັດທະຍົມ ໄດ້ມາສະແດງຄວາມສາມາດທາງດົນຕີ ເຊັ່ນ: ການເຕັ້ນ ແລະ ສິລະປະປ້ອງກັນຕົວພ້ອມນີ້ໂມລິ ຊູຊຸກິ (Mohri Suzuki) ໜຶ່ງໃນນັກຂຽນຕົວອັກສອນທີ່ມີອະນາຄົດໄກທີ່ສຸດຂອງຍີ່ປຸ່ນກໍໄດ້ມາເປີດຕົວຄັ້ງທໍາອິດໃນລາວກັບການສະແດງຂຽນຕົວອັກສອນອັນຊົງພະລັງດ້ວຍຈິດວິນຍານທີ່ວ່າ "ຖ້າຈິດໃຈຖືກຕ້ອງ ແປງກໍຍ່ອມຖືກຕ້ອງ” ແລະພາຍໃນງານຍັງມີການເປີດຮ້ານວາງສະແດງກິດຈະກໍາວັດທະນະທໍາເທສະການອາຫານຍີ່ປຸ່ນ ແລະ ອື່ນໆ.

ທ່ານ ຊຶໂຕມຸ ໂຄອິຊຶມິ ກ່າວວ່າ: ສາຍພົວພັນການທູດລະຫວ່າງຍີ່ປຸ່ນ ແລະລາວ ສ້າງຕັ້ງຂຶ້ນໃນວັນທີ 5 ມີນາ 1955 ຕະຫຼອດ 7 ທົດສະວັດທີ່ຜ່ານມາສາຍພົວພັນສອງຊາດເຮົາໄດ້ຂະຫຍາຍຕົວຢ່າງໝັ້ນຄົງໂດຍໄດ້ບັນລຸຂີດໝາຍສໍາຄັນໃນຫຼາກຫຼາຍຂົງເຂດຢ່າງກວ້າງຂວາງ ລວມທັງການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນ ແລະ ການ ແລກປ່ຽນດ້ານບຸກຄົນ ແລະ ວັດທະນະທໍາ ເພື່ອສືບຕໍ່ຄວາມກ້າວໜ້າອັນພົ້ນເດັ່ນນີ້ ໃນເດືອນມັງກອນທີ່ຜ່ານມາທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະທ່ານ ອິຊີບະ ຊິເງລຸ ນາຍົກລັດ ຖະມົນຕີຍີ່ປຸ່ນ ໄດ້ຕົກລົງເຫັນດີຍົກລະດັບສາຍພົວພັນລະຫວ່າງຍີ່ປຸ່ນ ແລະລາວເປັນ “ຄູ່ຮ່ວມ ຍຸດທະສາດຮອບດ້ານ" ຍີ່ປຸ່ນຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບລາວເພື່ອສົ່ງເສີມຄວາມພະຍາຍາມໃນຫຼາຍດ້ານ ແລະການຮ່ວມມືທີ່ຍືນຍາວຂອງພວກເຮົາເພື່ອເນັ້ນຢໍ້າເຖິງມິດຕະພາບ ແລະການຮ່ວມມືທີ່ຍືນຍາວຂອງພວກເຮົາ.
ຂ່າວ: ນັດ