ລະຫວ່າງວັນທີ 12 ຫາ 14 ກຸມພາຜ່ານມາ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ຕ້ອນຮັບຕົວແທນຈາກສື່ມວນຊົນລາວຈໍານວນ 10 ທ່ານ ຊຶ່ງມາຈາກໜັງສືພິມປະເທດລາວ, ເສດຖະກິດ-ສັງຄົມ, ວຽງຈັນໃໝ່, ວຽງຈັນທາມສ໌, ປະຊາຊົນ, ຂ່າວສານປະເທດລາວ, ໂທລະພາບແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ສູ່ໂຄງການຕ່າງໆຂອງບໍລິສັດ ພູເບ້ຍ ມາຍນິງ ຢູ່ແຂວງໄຊສົມບູນ.
ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ, ຄະນະສື່ມວນຊົນລາວໄດ້ເດີນທາງໄປເບິ່ງໂຮງງານຜະລິດ-ປຸງແຕ່ງ, ບໍ່ຂຸດຄົ້ນເທິງໜ້າດິນ, ບໍ່ໃຕ້ດິນ ແລະ ໂຄງການບ້ານຫ້ວຍຊາຍພາກຂະຫຍາຍ. ການຢ້ຽມຢາມໂຄງການບ້ານຫ້ວຍຊາຍ ຊ່ວຍໃຫ້ຄະນະດັ່ງກ່າວໄດ້ເຫັນຄວາມເປັນເລີດທາງດ້ານການດໍາເນີນງານ, ລວມມີການນໍາໃຊ້ ແລະ ຄຸ້ມຄອງສານໄຊຍະນາຍຢູ່ໃນຂະບວນການຜະລິດຂອງໂຄງການບ້ານຫ້ວຍຊາຍ ແລະ ໂຄງການຕ່າງໆທີ່ບໍລິສັດ ພູເບ້ຍ ມາຍນິງ ກໍາລັງດໍາເນີນງານເພື່ອຕໍ່ອາຍຸຂອງບໍ່ຂຸດຄົ້ນໄປຈົນເຖິງປີ 2035.
ໃນລະຫວ່າງການລົງຢ້ຽມຢາມໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ, ຄະນະສື່ມວນຊົນ ໄດ້ຮູ້ຫຼາຍຂຶ້ນກ່ຽວກັບກິດຈະກໍາ ແລະ ແຜນລິເລີ້ມຕ່າງໆທາງທຸລະກິດຂອງບໍລິສັດ ພູເບ້ຍ ມາຍນິງ ເຊັ່ນ: ການຜະລິດ, ສຸຂະພາບ ແລະ ຄວາມປອດໄພທີ່ມີວິທີການປະຕິບັດທີ່ດີເລີດລະດັບສາກົນ, ການພັດທະນາຊຸມຊົນ, ການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ແລະ ແຜນງານຄຸ້ມຄອງສິ່ງແວດລ້ອມ.
ນອກຈາກນັ້ນ, ບໍລິສັດ ພູເບ້ຍ ມາຍນິງ ເນັ້ນໜັກໃຫ້ເຫັນການປະກອບສ່ວນທາງດ້ານການເງິນແກ່ລັດຖະບານ, ຜົນປະໂຫຍດທາງອ້ອມທາງດ້ານເສດຖະກິດຈໍານວນຫຼາຍ, ແລະ ໂຄງການຊີວິດການເປັນຢູ່ຍືນຍົງ ແລະ ໂຄງການພັດທະນາຊຸມຊົນ ເພື່ອຊ່ວຍປະຊາຊົນລາວ. ຄະນະນີ້ຍັງໄດ້ເດີນທາງໄປເບິ່ງຫ້ອງຄວບຄຸມບໍ່ຂຸດຄົ້ນດ້ວຍລະບົບຄອມພິວເຕີ, ໂຮງງານຜະລິດ-ປຸງແຕ່ງ, ບໍ່ເປີດໜ້າດິນ, ອ່າງເກັບຫາງແຮ່ ແລະ ເຂດທີ່ໄດ້ຮັບການຟື້ນຟູ.
ຜູ້ອໍານວຍການ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌, ທ່ານ ດາລິງ ເຊັງ, ໄດ້ກ່າວເຖິງຄວາມຕໍ່ເນື່ອງທາງທຸລະກິດ ແລະ ແຜນງານພັດທະນາແບບຍືນຍົງ.
ທ່ານ ດາລິງ ເຊັງ ໃຫ້ຮູ້ວ່າ “ພວກເຮົາແນ່ໃສ່ສ້າງຄວາມເຕີບໂຕໃຫ້ປະເທດລາວໃນໄລຍະຍາວ ແລະ ເພື່ອສືບຕໍ່ເຮັດວຽກຢ່າງໃກ້ຊິດກັບສື່ມວນຊົນລາວ ເພື່ອບັນລຸໝາກຜົນທີ່ດີໃຫ້ຄວາມຕໍ່ເນື່ອງທາງທຸລະກິດຂອງລາວ. ການຢ້ຽມຢາມໃນຄັ້ງນີ້ແມ່ນເປັນຊ່ອງທາງໜຶ່ງທີ່ສໍາຄັນສໍາລັບພວກເຮົາໃນການເອກອ້າງແຜນງານທີ່ດີເລີດ້ານການດໍາເນີນງານລະດັບສາກົນຂອງພວກເຮົາຢູ່ລາວ.”
ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ, ໃຫ້ຮູ້ຕື່ມອີກວ່າ “ເປັນເວລາຫຼາຍກວ່າໜຶ່ງທົດສະວັດ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ມຸ້ງໝັ້ນໃນການຊ່ວຍໃຫ້ມີຄວາມເຂົ້າໃຈຮອບດ້ານກ່ຽວກັບວິທີການປະຕິບັດດ້ານບໍ່ແຮ່ທີ່ຍືນຍົງ ແລະ ແບ່ງປັນຄວາມຮູ້ຂອງພວກເຮົາກັບສັງຄົມ ໂດຍຜ່ານສາຍພົວພັນທີ່ດີ ແລະ ຢ່າງໃກ້ຊິດກັບຄະນະສື່ມວນຊົນລາວ. ຄະນະດັ່ງກ່າວກໍ່ຍັງໄດ້ຮູ້ກ່ຽວກັບປະຫວັດຜ່ານມາ, ກິດຈະກໍາ ແລະ ວິໄສທັດໄລຍະຍາວຂອງພວກເຮົາໃນການສືບຕໍ່ປະກອບສ່ວນໃຫ້ແກ່ປະເທດລາວ.”