ການນຳນະຄອນຫຼວງພະບາງ ຢ້ຽມຢາມ ນະຄອນ ໂທໂບນ ສະຫະພັນລັດເຊຍ

ໃນລະຫວ່າງ ວັນທີ 10 - 13 ກຸມພາ 2025 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ເດີນທາງ ພົບປະແລກປ່ຽນບົດຮຽນ ກັບ ການນໍານະຄອນ ໂທໂບນ ສະຫະພັນລັດເຊຍ ໂດຍປະຕິບັດຕາມການເຊື້ອເຊີນຂອງທ່ານເຈົ້ານະຄອນ ໂທໂບນ, ໂດຍໃຫ້ການຕ້ອນຮັບດ້ວຍຄວາມອຸບອຸ່ນ ແລະຮ່ວມເຮັດວຽກຢູ່ນະຄອນໂທໂບນ, ແຂວງຕູເມນ,ສະຫະພັນລັດເຊຍ ເປັນວາລາ 2 ວັນ .ເຊິ່ງການພົບປະຄັ້ງນີ້ ກໍໄດ້ມີການເຊັນສັນຍາ ວ່າດ້ວຍການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ, ສປປ ລາວ ແລະນະຄອນໂທໂບນ(Tobolsk), ແຂວງຕູເມນ Tyumen).
ໂອກາດດັ່ງກ່າວນີ້ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ມີຄຳເຫັນຕໍ່ການພົບປະຄັ້ງນີ້ເຊິ່ງທ່ານເອງມີຄວາມດີໃຈຢ່າງຍິ່ງທີ່ເຫັນວ່າສອງນະຄອນໄດ້ພະຍາຍາມສູງໃນການປະສານງານ, ການກະກຽມດ້ານຕ່າງໆ ໃຫ້ໄດ້ສ້າງເປັນນະຄອນມິດຕະພາບ, ເຊິ່ງມາຮອດປັດຈຸບັນທາງສອງນະຄອນ ໄດ້ມີຄວາມເປັນເອກະພາບກັນທາງດ້ານຫຼັກການ ຕໍ່ກັບເນື້ອໃນຂໍ້ຕົກລົງຮ່ວມມື ແລະຕົກລົງຈັດພິທີລົງນາມຢ່າງເປັນທາງການ.
ໃນການຢ້ຽຢາມຄັ້ງນີ້ ເຈົ້ານະຄອນ ໂທໂບນ ສະຫະພັນລັດເຊຍ ໄດ້ນຳທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ, ທັງຢ້ຽມຊົມສູນຜະລິດເຄື່ອງຫັດຖະກໍາທ້ອງຖິ່ນ, ສູນວັດທະນະທໍາ ແລະ ອື່ນໆອີກດ້ວຍ.
ຂ່າວ: ນະຄອນ ຫຼວງພະບາງ