ທາບທາມ ຄວາມຄິດເຫັນໃສ່ ຮ່າງກົດໝາຍການປູກຝັງ

ກອງປະຊຸມ ທາບທາມ ປະກອບຄວາມຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍການປູກຝັງ ໄດ້ຈັດຂຶ້ນວັນທີ 13-14 ກຸມພາ 2025 ທີ່ໂຮງແຮມ ສຸພັດຕຣາ ນະຄອນຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ມີຮອງຫົວໜ້າຫ້ອງການກະຊວງ, ຮອງຫົວໜ້າກົມກວດກາ, ບັນດາຫົວໜ້າກົມ ແລະ ມີສະມາຊິສະພາແຫ່ງຊາດ ປະຈໍາເຂດ 2 ຫາເຂດ 9 ມີ: ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ ແລະ ຕາງໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ທັງ 8 ແຂວງພາກເໜືອພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ເປົ້າໝາຍ ແລະຈຸດປະສົງໃນການທາບທາມກົດໝາຍໃນຄັ້ງນີ້ແມ່ນເພື່ອກຳນົດຄືນກ່ຽວກັບ ໂຄງປະກອບ, ເນື້ອໃນ ຂອງຮ່າງກົດໝາຍ ລວມເຖິງ ຫຼັກການ, ລະບຽບການແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ພັດທະນາ ວຽກງານປູກຝັງ ໃຫ້ເປັນລະບົບຄົບຊຸດ ຮັບປະກັນການປູກຝັງ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນເພື່ອໃຫ້ຮ່າງກົດໝາຍສະບັບນີ້ ໄດ້ສະເໜີເຂົ້າກອງປະຊຸມສະພາແຫ່ງຊາດປີ 2025 ນີ້.

ສໍາລັບກົດໝາຍວ່າດ້ວຍການປູກຝັງແມ່ນໄດ້ກຳນົດຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມກວດດກາວຽກງານປູກຝັງເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະປະສິດທິຜົນແນໃສ່ນຳໃຊ້, ປົກປັກຮັກສາ, ພັດທະນາ ແລະສົ່ງເສີມທີ່ດິນກະສິກຳ, ຮັບປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ, ໂພຊະນາການ ແລະ ການຜະລິດເປັນສິນຄ້າຕິດພັນກັບການຫັນເປັນອຸດສາຫະກໍາທີ່ທັນສະໄໝຕາມທິດສີຂຽວ, ສະອາດ ແລະ ຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າໃຫ້ດີຂຶ້ນ ສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.