ພິທີເຊັນສັນຍາ ໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ໃນໂຄງການກໍ່ສ້າງສຸກສາລາໜອງແຕ້ ຫຼັງໃໝ່ ເມືອງຈໍາປາສັກ ແຂວງຈໍາປາສັກ ໃນມູນຄ່າລວມ 66 ພັນກວ່າໂດລາສະຫະລັດ ໄດ້ຈັດຂຶ້ນໃນວັນທີ 17 ກຸມພາ 2025, ທີ່ຫ້ອງວ່າການແຂວງຈຳປາສັກ, ເຊິ່ງພະແນກສາທາລະນະສຸກ ແຂວງຈໍາປາສັກ ເປັນເຈົ້າຂອງໂຄງການ. ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ພິທີເຊັນສັນຍາສອງຝ່າຍ ໃນຄັ້ງນີ້ຕາງໜ້າໃຫ້ສະຖານທູດຍີ່ປຸ່ນ ປະຈຳລາວ ກໍຄືລັດຖະບານຍີ່ປຸ່ນລົງນາມໂດຍທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ຕາງໜ້າແຂວງຈໍາປາສັກ ລົງນາມໂດຍ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງຈໍາປາສັກ.
ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງທ່ານທູດຢີ່ປຸ່ນ ປະຈຳລາວ ທີ່ຍາມໃດກໍ່ໃຫ້ຄວາມສໍາຄັນ ໃຫ້ການຊ່ວຍເຫຼືອ ສປປ ລາວ ກໍ່ຄືແຂວງຈໍາປາສັກ ຂອງພວກເຮົາ ຕະຫຼອດມາ. ຕີລາຄາສູງ ຕໍ່ກັບການຊ່ວຍເຫຼືອ ສຸດທີ່ມີຄວາມໝາຍຄວາມສໍາຄັນຍິງ ແລະ ມີຄຸນປະໂຫຍດຫຼວງຫຼາຍ ໃຫ້ແກ່ການບໍລິການສຸຂະພາບຂອງປະຊາຊົນໃຫ້ໄດ້ດີຂື້ນກວ່າເກົ່າ, ພ້ອມທັງເປັນການປະກອບສ່ວນໃນການພັດທະນາພື້ນຖານໂຄງລາງ ຂອງຂະແໜງສາທາລະນະສຸກຂອງແຂວງຈຳປາສັກກໍ່ຄືຂັ້ນທ້ອງຖິ່ນ.
ນັບແຕ່ປີ 2022 ຜ່ານມາທາງພະແນກສາທາລະນະສຸກ ແຂວງຈໍາປາສັກ ກໍ່ໄດ້ຮັບງົບປະມານການຊ່ວຍເຫຼືອລ້າຈາກສະຖານທູດຍີ່ປຸ່ນປະຈຳລາວ ໃນໂຄງການກໍ່ສ້າງຕຶກນອນຄົນເຈັບຢູ່ໂຮງໝໍແຂວງຈໍາປາສັກ ເປັນມູນຄ່າລວມທັງໝົດ 358,538.23 ໂດລາສະຫະລັດ. ການຊ່ວຍເຫຼືອດັ່ງກ່າວໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈໍາປາສັກ ໂດຍສະເພາະພື້ນຖານໂຄງລ່າງຂອງຂະແໜງການສາທາລະນະສຸກ, ແລະຍັງເປັນສະຖານທີ່ຄົນເຈັບນອນ ໄດ້ແບ່ງເບົ່າ ຫຼຸດຜ່ອນຄວາມຄັບແຄບແອອັດໃຫ້ແກ່ຄົນເຈັບນອນປິ່ນປົວຢູ່ໂຮງໝໍແຂວງໃນປະຈຸບັນ.
ຂ່າວ: ທັດຊະນະ.