ຫລວງພະບາງ ຈະສຳຫຼວດວິໄຈ ປະເດັນນັກທ່ອງທ່ຽວມາທ່ຽວຫຼາຍ ແຕ່ວ່າປະຊາຊົນ ຈະໄດ້ຮັບຜົນປະໂຫຍດ ຫຼື ບໍ່

ດ້ານການທ່ອງທ່ຽວ ແຂວງຫຼວງພະບາງ ຖືວ່າເປັນອັນດັບຕົ້ນໆຂອງ ສປປ ລາວ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ໃຫ້ຄວາມສົນໃຈ ແລະ ນິຍົມກັນເຂົ້າມາທ່ຽວເປັນຈໍານວນຫລວງຫລາຍໃນແຕ່ລະປີ, ຊຶ່ງໃນປີທ່ອງທ່ຽວລາວ 2024 ຜ່ານມານີ້ກໍມີນັກທ່ອງທ່ຽວເຂົ້າມາທ່ຽວ ຈໍານວນ 2,326,758 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ 1.20 ຕື້ກວ່າໂດລາສະຫະລັດ. ຢ່າງໃດກໍຕາມ ເຖິງຈະມີນັກທ່ອງທ່ຽວມາທ່ຽວຫຼາຍ ແຕ່ວ່າ ປະຊາຊົນທ້ອງຖິ່ນ ຈະໄດ້ຮັບຜົນປະໂຫຍດ ຫຼື ບໍ່? ຍັງເປັນປະເດັນທີ່ທາງແຂວງຈະໄດ້ສືບຕໍ່ ແລະ ສຳຫຼວດວິໄຈ.

ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງພະບາງ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວປີ 2024 ທີ່ຈັດໃນວັນທີ 5 ກຸມພາ 2025 ນີ້ ຢູ່ຫໍວັດທະນະທໍາແຫ່ງຊາດ ວ່າ: ການຈັດຕັ້ງປະຕິບັດການທ່ອງທ່ຽວ ຂອງແຂວງຫຼວງພະບາງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ເປັນຕົ້ນແມ່ນງົບປະມານໃນການຈັດຕັ້ງປະຕິບັດກິດຈະກໍາ, ຖ້າທຽບໃສ່ແຜນກິດຈະກໍາສົ່ງເສີມປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ ເຫັນໄດ້ວ່າ ດ້ານການສະໜອງງົບປະມານມີ 550 ລ້ານຂອງກະຊວງ, 1.20 ຕື້ກີບຂອງແຂວງ ຍັງໜ້ອຍ ແລະບໍ່ພຽງພໍຕໍ່ການຈັດຕັ້ງປະຕິບັດ, ການໂຄສະນາ ບັນດາວຽກງານ ແລະ ກິດຈະກໍາຕ່າງໆ ຍັງຊັກຊ້າ ແລະ ມີເວລາໃນການກະກຽມຈໍາກັດ, ໂດຍສະພາບລວມການໂຄສະນາປີທ່ອງທ່ຽວລາວ 2024 ເຫັນວ່າມີຄວາມຫຼ້າຊ້າ ແລະ ບໍ່ສາມາດໂຄສະນາອອກໄດ້ຢ່າງກວ້າງຂວາງ, ຖະໜົນຫົນທາງມີການເປ່ເພ ເປັນຕົ້ນແມ່ນ ເສັ້ນທາງຈາກຕົວເມືອງ ໄປຫາ ສະຖານີລົດໄຟ ໄປຫາຕາດກວາງຊີ ແລະ ເສັ້ນທາງອື່ນໆ, ການສັນຈອນໃນຕົວເມືອງມີຄວາມແອອັດ ແລະ ບໍ່ປະຕິບັດຕາມລະບຽບການທີ່ກໍານົດໄວ້, ສຸດທ້າຍ ສິ່ງທີ່ສະແດງອອກໄດ້ຢ່າງຊັດເຈນກໍ່ຄື ເປັນປີທີ່ນັກທ່ອງທ່ຽວມາທ່ຽວຫຼາຍ ແຕ່ວ່າ ປະຊາຊົນທ້ອງຖິ່ນ ຈະໄດ້ຮັບຜົນປະໂຫຍດ ຫຼື ບໍ່? ຍັງເປັນປະເດັນທີ່ທາງແຂວງຈະໄດ້ສືບຕໍ່ ແລະ ສຳຫຼວດວິໄຈ.

ນອກຈາກນັ້ນທ່ານຫົວຫນ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ຍັງໄດ້ສະເຫນີໃນກອງປະຊຸມຫລາຍບັນຫາດັ່ງນີ້:
1. ສະເໜີທາງກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຊ່ວຍຄົ້ນຄວ້າ ແລະພິຈາລະນາ ໃນການຈັດສັນງົບປະມານໃຫ້ຂັ້ນທ້ອງຖິ່ນ ໃນການກິດຈະກໍາປີທ່ອງທ່ຽວລາວໃນຕໍ່ໜ້າ ຕາມຄວາມເໝາະສົມ ດ້ານທ່າແຮງການທ່ອງທ່ຽວ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານສໍາເລັດ ໄດ້ຢ່າງມີປະສິດທິພາບ.
2. ສະເໜີທາງລັດຖະບານຊ່ວຍຄົ້ນຄວ້າ ແລະພິຈາລະນາໃນການຍົກເວັ້ນວິຊ່າໃຫ້ນັກທ່ອງທ່ຽວຈີນແບບເປັນກຸ່ມ ແລະບັນດາປະເທດທີ່ຍັງບໍ່ໄດ້ຈັດຕັ້ງປະຕິບັດເພື່ອເປັນການດຶງດູດໃຫ້ນັກທ່ອງທ່ຽວມາທ່ຽວຊົມປະເທດລາວເຮົານັບມື້ນັບຫຼາຍຂຶ້ນໃນແຕ່ລະປີ.
3. ສະເໜີທາງສູນການຄົ້ນຄວ້າຮູບແບບໃນການຄຸ້ມຄອງ ບໍລິສັດທີ່ໃຫ້ບໍລິການທ່ອງທ່ຽວ ນັກທ່ອງທ່ຽວຈີນ ດ້ວຍວິທີ ແລະ ລັກສະນະແນວໃດ ເພື່ອໃຫ້ຫັນເຂົ້າສູ່ຕາມລະບຽບການ ດ້ານການທ່ອງທ່ຽວ ໃຫ້ເປັນລະບົບ ແລະເປັນລະບຽບຮຽບຮ້ອຍ.
4. ສະເໜີ ໃຫ້ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ພິຈາລະນາມອບການອອກໃບອະນຸຍາດ ຂອງຫົວໜ່ວຍທຸລະກິດຂັ້ນທ້ອງຖິ່ນຄືນຕາມຄວາມເໝາະສົມ ວ່າທຸລະກິດ ໃນລັກສະນະໃດ ແລະຂະໜາດໃດ? ຄວນຈະອອກໃບອະນຸຍາດຈາກຂັ້ນສູນກາງ ແລະ ທຸລະກິດຂະໜາດໃດ ຄວນອອກໃບອະນຸຍາດຈາກຂັ້ນທ້ອງຖິ່ນເພາະປັດຈຸບັນບາງທຸລະກິດ ແມ່ນໄດ້ອອກໃບອະນຸຍາດຈາກຂັ້ນສູນກາງໂດຍບໍ່ໄດ້ຜ່ານຂັ້ນທ້ອງຖິ່ນ, ຊຶ່ງເຫັນວ່າການຄຸ້ມຄອງຂ້ອນຂ້າງຈະຫຍຸ້ງຍາກ.

ຂ່າວ: ສາວລາວໃຕ້