ຫຼາຍປັດໄຈ ເຮັດໃຫ້ການຜະລິດຂອງປະເທດ ສປປ ລາວ ບໍ່ເຂັ້ມແຂງ
ການຜະລິດຂອງປະເທດ ສປປ ລາວ ບໍ່ເຂັ້ມແຂງນັ້ນ ແມ່ນຍ້ອນຫລາຍປັດໄຈ ທີ່ປະກອບກັນເປັນຕົ້ນແມ່ນ ປັດໄຈໂຄງສ້າງທາງດ້ານເສດຖະກິດ, ຂໍ້ຈຳກັດທາງດ້ານພູມສາດ, ຂາດໜາດຕະຫລາດ ແລະ ພົນລະເມືອງ, ແລະ ສະພາບແວດລ້ອມທາງດ້ານນະໂຍບາຍ.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ມີຄໍາເຫັນແລກປ່ຽນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 26 ພະຈິກ 2024 ວ່າ: ການຜະລິດ ແມ່ນຂະບວນການໃນການສ້າງສິນຄ້າ ແລະ ການບໍລິການເພື່ອຕອບສະໜອງຄວາມຕ້ອງການ ແລະ ຄວາມຈໍາເປັນ ຂອງມະນຸດ; ມັນກ່ຽວຂ້ອງກັບການຫັນປ່ຽນ ປັດໄຈການຜະລິດ (ວັດຖຸດິບ, ແຮງງານ, ທຶນ ແລະ ເຕັກໂນໂລຊີ) ໄປເປັນຜົນຜະລິດ (ສິນຄ້າ ແລະ ການບໍລິການ). ຊຶ່ງເຫດຜົນທີ່ ເຮັດໃຫ້ການຜະລິດຂອງປະເທດເຮົາ ບໍ່ເຂັ້ມແຂງນັ້ນ ແມ່ນຍ້ອນຫລາຍປັດໄຈ ດັ່ງນີ້:
1) ໄລຍະຫ່າງຂອງການຂົນສົ່ງວັດຖຸດິບ, ປັດໄຈການຜະລິດ ແລະ ສິນຄ້າ ໄປເຖິງຕະຫຼາດພາຍນອກ ຫຼື ແລະ ອອກສູ່ທ່າເຮືອຂ້ອນຂ້າງໄກພາໃຫ້ມີຕົ້ນທຶນສູງ.
2) ພື້ນຖານໂຄງລ່າງ ເປັນຕົ້ນ ທາງບົກ, ທາງລາງ, ທາງນໍ້າ, ອາກາດ ແລະ ການບໍລິການໂລຈິດສຕິກ ເພື່ອເຊື່ອມຕໍ່ລະບົບການຂົນສົ່ງ, ການຜະລິດ ແລະ ຕະຫຼາດ ເຖິງແມ່ນວ່າ ໄດ້ມີການພັດທະນາດີຂຶ້ນ, ຫລາຍຂຶ້ນແຕ່ກໍຍັງຈຳກັດ ແລະ ຈໍານວນໜຶ່ງທີ່ມີ ຍັງມີຄ່າໃຊ້ບໍລິການສູງ.
3) ຕະຫຼາດພາຍໃນ ມີຂະໜາກນ້ອຍ, ທັງອໍານາດໃນການຊື້ (Purchasing Power) ກໍຍັງຕໍ່າເຮັດໃຫ້ມີຂໍ້ຈຳກັດ ທາງດ້ານຂະໜາດເສດຖະກິດ (Economy of Scale).
4) ນະໂຍບາຍສົ່ງເສີມການຜະລິດ ຍັງບໍ່ທັນເປັນລະບົບ, ກົມກຽວ, ຈະແຈ້ງ, ມີຈຸດສຸມ ແລະ ດຶງດູດພຽງພໍ, ໃນຂະນະດຽວກັນການປະຕິບັດນະໂຍບາຍ, ການບັງຄັບໃຊ້ ກົດໝາຍ ແລະ ລະບຽບການ ບໍ່ທັນເຂັ້ມງວດ, ເປັນເອກະພາບ ແລະ ຕໍ່ເນື່ອງ, ສ້າງຄວາມບໍ່ໝັ້ນໃຈ ໃຫ້ແກ່ຜູ້ລົງທຶນ.
5) ການຜະລິດພາຍໃນ ຍັງອາໃສການນໍາເຂົ້າຫຼາຍ, ຕ່ອງໂສ້ການສະໜອງພາຍໃນຈຳກັດ ພາໃຫ້ມີຕົ້ນທຶນການຜະລິດພາຍໃນສູງ.
6) ການລົງທຶນຕ່າງປະເທດ ໃນຂົງເຂດການຜະລິດ ແລະ ປຸງແຕ່ງຍັງບໍ່ຫລາຍ, ການລົງທຶນຕ່າງປະເທດ ສ່ວນໃຫຍ່ ກະຈຸກໂຕຍ່ ໃນຂົງເຂດຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ພະລັງງານ, ຫລື ໂຮງງານ ທີ່ໄດ້ສິດທິພິເສດ ຈາກ ສາກົນ ທີ່ມີທ່າອ່ຽງຈະຫລຸດໜ້ອຍຖອຍລົງໃນອານະຄົດ, ເຮັດໃຫ້ການພັດທະນາ ໃນຂົງເຂດຜະລິດ ຂະຫຍາຍຕົວຊ້າ
7) ແຮງງານທີ່ມີທັກສະ ພາຍໃນປະເທດບໍ່ຫຼາຍ, ຊໍ້າບໍ່ພໍ ແຮງງານພາຍໃນ ພັດອອກໄປເຮັດວຽກຢູ່ຕ່າງປະເທດຫຼາຍ ສົມຄວນ ເຮັດໃຫ້ຂາດແຮງງານ ໃນຂົງເຂດການຜະລິດ ແລະ ເພື່ອສະໜອງໃຫ້ແກ່ໂຮງຈັກໂຮງງານຕ່າງໆ
8) ປະຊາຊົນລາວສ່ວນໃຫຍ່ ກໍປະກອບອາຊີບ ຕິດພັນກັບການຜະລິດກະສິກຳ, ແຕ່ຜູ້ປະກອບການ ຫລື ວິສາຫະກິດ ຄົນລາວ ທີ່ມີຜົນສໍາເລັດສູງ ໃນທຸລະກິດເຮັດຜະລິດ ພັດບໍ່ຫລາຍ. ກົງກັນຂ້າມ, ຜູ້ປະສົບຜົນສໍາເລັດ ສ່ວນໃຫຍ່ ແມ່ນ ເຮັດທຸລະກິດບໍ່ແຮ່, ພະລັງງານ, ການຄ້າ, ການທ່ອງທ່ຽວ ແລະ ການບໍລິການ, ສ່ວນຜູ້ເຮັດການຜະລິດ ແລ້ວເປັນໜີ ເປັນສິນ ພັດຫລາຍ ພາໃຫ້ເກີດແນວຄິດ-ຈິດຕະສາດ ຫລື ຄວາມເຂົ້າໃຈ-ຄວາມເຊື່ອ ບໍ່ຢາກເຮັດການຜະລິດ.
ຂ່າວ: ໃພ້ໄຊທານີ