ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 25 ພະຈິກ 2024 ນີ້, ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຄໍາຊັກຖາມຂອງຄະນະປະຈໍາສະພາແຫ່ງຊາດ ແລະສະມາຊິກສະພາແຫ່ງຊາດ ທີ່ຕິດພັນກັບການແກ້ໄຂ ບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະອັດຕາເງິນເຟີ້, ອັດຕາແລກປ່ຽນ, ການຄຸ້ມຄອງລາຄາສິນຄ້າ, ການຄຸ້ມຄອງເງິນຕາຕ່າງປະເທດ, ການສົ່ງເສີມການນໍາໃຊ້ເງິນກີບ ແລະການສະໜອງສິນເຊື່ອເພື່ອຊຸກຍູ້ການຜະລິດ.
ທ່ານ ນາງ ວັດທະນາ ດາລາລອຍ ຊີ້ແຈງວ່າ: ໃນປີ 2024 ທຫລ ໄດ້ສືບຕໍ່ດໍາເນີນນະໂຍບາຍເງິນຕາແບບຮັດກຸມດ້ວຍການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາທັງທາງກົງ ແລະ ທາງອ້ອມ ເພື່ອຄວບຄຸມປະລິມານເງິນ ເຊັ່ນ: ອອກ ແລະຈຳໜ່າຍພັນທະບັດ ທຫລ, ຈັດຕັ້ງປະຕິບັດການນໍາເງິນຝາກຂອງລັດຖະບານເຂົ້າມາລວມສູນຢູ່ ທຫລ,ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດໃຫ້ມີຄວາມຍືດຍຸ່ນຫຼາຍຂຶ້ນ; ຊຸກຍູ້ທະນາຄານທຸລະກິດ (ທທກ) ຂະຫຍາຍໜ່ວຍ ແລກປ່ຽນເງິນຕາຕາມດ່ານສາກົນ; ພັດທະນາລະບົບຊໍາລະ ແລະ ພັດທະນາເຄື່ອງມືແອັບພລິເຄຊັນ App Ezy Kip ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວໃນການແລກປ່ຽນເງິນຕາ; ເປີດຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ (LFX) ເພື່ອໃຫ້ສັງຄົມສາມາດແລກປ່ຽນເງິນຕາຕ່າງປະເທດດ້ວຍຫຼາຍຮູບແບບ ທັງເປັນ ການຫຼຸດຕົ້ນທຶນດ້ານມະຫາພາກໃນການນໍາໃຊ້ເງິນຕາຕ່າງປະເທດເພື່ອເຂົ້າໄປແຊກແຊງເງິນຕາໃຫ້ມີຄວາມສະຫງົບ ເວລາອັດຕາແລກປ່ຽນມີຄວາມຜັນຜວນແຮງ, ເປັນເຄື່ອງມືສໍາຄັນໃຫ້ແກ່ລັດຖະບານກໍ່ຄື ທຫລ ໃນການຄຸ້ມຄອງ ແລະຕິດຕາມຕະຫຼາດເງິນຕາຕ່າງປະເທດທີ່ຢູ່ນອກລະບົບ ໂດຍສະເພາະຂໍ້ມູນດ້ານຄວາມຕ້ອງການ ແລະການສະໜອງເງິນຕາຕ່າງປະເທດທີ່ເປັນສິ່ງກົດດັນຕໍ່ອັດຕາແລກປ່ຽນໃຫ້ມີການຜັນຜວນ, ຫັນການແລກປ່ຽນເງິນຕາຕ່າງປະເທດ ເຂົ້າ ສູ່ລະບົບທັນສະໄໝ, ລວມສູນ ແລະ ສາມາດກວດສອບໄດ້ ແນໃສ່ລຶບລ້າງການແລກປ່ຽນເງິນຕານອກລະບົບ: ສຸມໃສ່ສ້າງ ແລະ ປັບປຸງນິຕິກຳ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ແລະນໍາລາຍຮັບທີ່ເປັນເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບຫຼາຍຂຶ້ນພ້ອມທັງເອົາໃຈໃສ່ວຽກງານໂຄສະນາ, ປະຊາສຳພັນ, ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ສັງຄົມຮັບຮູ້ເຖິງວຽກງານ ແລະແນວທາງນະໂຍບາຍຂອງ ທຫລ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຄວບຄຸມລາຄາສິນຄ້າ ດ້ວຍ ການຄົ້ນຄວ້າໂຄງສ້າງລາຄາສິນຄ້າທີ່ຈໍາເປັນຕໍ່ການດໍາລົງຊີວິດໂດຍສະເພາະສິນຄ້ານໍາເຂົ້າທີ່ມີໂຄງປະກອບຂອງອັດຕາແລກປ່ຽນຢູ່ນໍາ.
ນອກນີ້, ລັດຖະບານ ໄດ້ຮ່ວມທຶນກັບບໍລິສັດ ພີທີເອວ ໂຮນດິງ ສ້າງຕັ້ງທະນາຄານຄໍາ ເພື່ອປະກອບສ່ວນພັດທະນາລະບົບສະຖາບັນການເງິນໃຫ້ມີຄວາມເຂັ້ມແຂງ, ຊຸກຍູ້ກິດຈະກຳທາງເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະໜອງການບໍລິການທີ່ມີຄວາມຫຼາກຫຼາຍ ແລະທັນສະໄໝໃຫ້ແກ່ສັງຄົມ ເຊັ່ນ: ຜະລິດຕະພັນຝາກປະຢັດຄໍາ, ການກູ້ຢືມ ຄໍາ ແລະ ອື່ນໆ ຊຶ່ງເປັນການເພີ່ມທາງເລືອກໃໝ່ໃຫ້ແກ່ລູກຄ້າໃນການໃຊ້ບໍລິການທາງດ້ານການເງິນ ທັງເປັນການຊ່ວຍ ບໍລິຫານຄວາມສ່ຽງຈາກການຜັນຜວນຂອງຄໍາ, ສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງທຸກພາກສ່ວນເສດຖະກິດ ທີ່ມີຄວາມ ຕ້ອງການແຫຼ່ງທຶນ ໃຫ້ສາມາດກູ້ຢືມໂດຍການຄໍ້າປະກັນດ້ວຍຄໍາ ຊຶ່ງເປັນການອໍານວຍຄວາມສະດວກໃຫ້ແກ່ການເຂົ້າ ເຖິງແຫຼ່ງທຶນ ສໍາລັບຜູ້ທີ່ບໍ່ມີອະສັງຫາລິມະຊັບເປັນຫຼັກຊັບຄໍ້າປະກັນ, ສ້າງຄວາມໜ້າເຊື່ອຖືໃນລະບົບການເງິນ ເຮັດໃຫ້ ສັງຄົມຫັນມາໃຊ້ບໍລິການຝາກຊັບສິນໃນຮູບແບບຄໍາ ນອກນີ້, ກໍ່ປະກອບສ່ວນເປັນແຫຼ່ງລາຍຮັບໃຫ້ແກ່ລັດຖະບານບົນພື້ນຖານການເກັບພັນທະຕ່າງໆຈາກທຸລະກຳກ່ຽວກັບຄໍາ.
ໃນໄລຍະຜ່ານມາ,ລັດຖະບານໄດ້ມີນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າເພື່ອທົດແທນການນໍາເຂົ້າສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານການຜະລິດພາຍໃນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍວິສາຫະກິດ, ການຜະລິດສະບຽງອາຫານ ແລະການຜະລິດເປັນສິນຄ້າໃຫ້ມີຄວາມຫຼາກຫຼາຍເພື່ອຊົມໃຊ້ພາຍໃນ. ເພື່ອຜັນຂະຫຍາຍນະໂຍບາຍ ດັ່ງກ່າວ ທຫລ ໄດ້ເປັນເຈົ້າການຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ (766/ທຫລ) ນັບແຕ່ເລີ່ມຈັດຕັ້ງປະຕິບັດໃນເດືອນ 11/2023 ຮອດວັນທີ 31/10/2024, ໄດ້ອະນຸມັດ 44 ຫົວໜ່ວຍໃຫ້ເຂົ້າຮັບ ນະໂຍບາຍ, ລວມວົງເງິນກູ້ຢືມທັງໝົດຈາກແຫຼ່ງທຶນຂອງ ທທກ ຈໍານວນ 4,532.50 ຕື້ກີບ; ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ (765/ທຫລ) ໄດ້ອະນຸມັດໃຫ້ 419 ຫົວໜ່ວຍ ຢູ່ 18 ແຂວງທົ່ວປະເທດ ລວມວົງເງິນກູ້ຢືມທັງໝົດ 756.73 ຕື້ກີບ.
ຕໍ່ກັບການເຂົ້າເຖິງສິນເຊື່ອໃນແຕ່ລະຂະແໜງການ ທຫລ ກໍ່ເປັນເຈົ້າການຊຸກຍູ້ໃຫ້ ທທກ ປ່ອຍສິນເຊື່ອ ຊຶ່ງຮອດ ວັນທີ 31/10/2024 ຍອດເຫຼືອສິນເຊື່ອຂອງລະບົບທະນາຄານ ຢູ່ໃນລະດັບ 203,029.80 ຕື້ກີບ, ຂະຫຍາຍຕົວ 18.81% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກວມເອົາ 64.18% ຂອງ GDP.
ສໍາລັບບັນຫາການເຂົ້າເຖິງສິນເຊື່ອຂອງຫົວໜ່ວຍທຸລະກິດທ່ອງທ່ຽວ ທຫລ ຈະຊຸກຍູ້ໃຫ້ ທທກ ແລະສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ເກັບກຳຂໍ້ມູນຕົວຈິງຕື່ມວ່າ ມີຜູ້ປະກອບການທຸລະກິດ ທ່ອງທ່ຽວຢູ່ທ້ອງຖິ່ນຈັກລາຍ ທີ່ມີຄວາມຫຍຸ້ງຍາກໃນການເຂົ້າຫາແຫຼ່ງທຶນ. ພ້ອມທັງ, ຈະປະສານສົມທົບກັບກະຊວງ ກ່ຽວຂ້ອງເພື່ອຕິດຕາມ,ກວດກາການດໍາເນີນທຸລະກິດຢູ່ເຂດທ້ອງຖິ່ນຕ່າງໆເພື່ອຢັ້ງຢືນ ແລະປະເມີນຄວາມອາດສາມາດຂອງຜູ້ປະກອບການກ່ອນສະເໜີຂໍແຫຼ່ງທຶນຈາກທະນາຄານ ແລະເພື່ອຈຳກັດຊ່ອງຫວ່າງທຸລະກິດທ່ອງທ່ຽວທີ່ບໍ່ມີ ຕົວຕົນ ແຕ່ສວຍໂອກາດຊ່ອງວ່າງນີ້ໃນການເອົາແຫຼ່ງທຶນ. ສໍາລັບການເຂົ້າເຖິງແຫຼ່ງທຶນຂອງຊາວກະສິກອນ ທຫລ ຈະຊຸກຍູ້ໃຫ້ ທທກ ທີ່ກ່ຽວຂ້ອງ ກວດກາຄືນກົນໄກ ແລະປັບປຸງຂັ້ນຂອດການສະໜອງສິນເຊື່ອໃຫ້ທັນສະພາບ ແລະຄວາມຕ້ອງການຂອງລູກຄ້າ.
ໂດຍ: ສາວລາວໃຕ້