ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ເປັນໂຮງຮຽນພາກເອກະຊົນທີ່ເນັ້ນຄຸນນະພາບການຮຽນ-ການສອນ ເປັນຫລັກ ໂດຍເນັ້ນໃຫ້ຄູ-ອາຈານ ສຸມໃສ່ພັດທະນາຕົນເອງ ຫັນເອົາການຮຽນ-ການສອນ ເປັນທັນສະໄໝເພື່ອຖ່າຍທອດຄວາມຮູ້ ໃຫ້ນັກຮຽນໄດ້ຢ່າງມີປະສິດສິພາບ, ນອກຈາກປະຕິບັດຕາມຫລັກສູດການຮຽນ-ການສອນ ທີ່ກະຊວງສຶກສາທິການ ແລະກິລາ ວາງອອກແລ້ວ, ໂຮງຮຽນ ຍັງໄດ້ເນັ້ນການສອນພາສາຫວຽດນາມ ເປັນຫລັກ ເພື່ອເຮັດໃຫ້ນັກຮຽນທີ່ຮຽນຈົບຈາກໂຮງຮຽນດັ່ງກ່າວ, ໃຫ້ສາມາດ ຟັງ, ເວົ້າ ແລະຂຽນພາສາຫວຽດນາມ ໄດ້ໂດຍພື້ນຖານ.
ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໃຫ້ສຳພາດເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ 2023 ເມື່ອບໍ່ດົນນີ້ວ່າ: ໂຮງຮຽນ ສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຕັ້ງຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ປະກອບມີຊັ້ນອະນຸບານ ເຖິງຊັ້ນມັດທະຍົມປາຍ, ມີພະນັກງານຄູ-ອາຈານ ທັງໝົດ 65 ຄົນ, ຍິງ 42 ຄົນ. ໃນນັ້ນ, ມີຄູສອນພາສາຫວຽດນາມ 7 ຄົນ ແລະ ຄູສ່ວນໃຫຍ່ແມ່ນຈົບມາຈາກ ສສ ຫວຽດນາມ, ມີນັກຮຽນທັງໝົດ 1.047 ຄົນ, ຍິງ 496 ຄົນ. ໃນສົກຮຽນ 2022-2023 ນີ້, ເຫັນໄດ້ວ່າຈຳນວນນັກຮຽນເພີ່ມຂຶ້ນທຽບໃສ່ສົກຮຽນຜ່ານມາ ເຊິ່ງຢັ້ງຢືນໄດ້ວ່າການຮຽນ-ການສອນ ຂອງໂຮງຮຽນ ແມ່ນມີຄຸນນະພາບ, ໄດ້ມາດຕະຖານ ແລະ ໄດ້ຮັບຄວາມເຊື່ອໝັ້ນ ຈາກ ພໍ່-ແມ່ ຜູ້ປົກຄອງຂອງນັກຮຽນ; ໃນທຸກໆປີ ໂຮງຮຽນຫງວຽນຢູ ຍັງໄດ້ຮັບນາມມະຍົດ ເປັນໂຮງຮຽນປອດຢາເສບຕິດ ແລະໂຮງຮຽນຂຽວສະອາດ ສິ່ງແວດລ້ອມດີ.
ໃນສົກຮຽນ 2022-2023 ນີ້, ໂຮງຮຽນຫງວຽນຢູ ໄດ້ຮັບໝາກຜົນການຮຽນ-ການສອນ ທີ່ດີໃນຫລາຍດ້ານໂດຍສະເພາະການສອບເສັງຈົບຊັ້ນ ມ4, ມ5 ແລະ ມ7 ແມ່ນປະຕິບັດໄດ້ 100%. ພ້ອມນີ້, ຍັງໄດ້ສົ່ງນັກຮຽນໄປເສັງນັກຮຽນເກັ່ງໄດ້ຮັບລາງວັນທີ 1 ຂັ້ນເມືອງ ແລະອື່ນໆ. ນອກຈາກການຮຽນ-ການສອນ ຕາມຫລັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ ໂຮງຮຽນ ຫງວຽນຢູ ຍັງໄດ້ເອົາໃຈໃສ່ສິດສອນທາງດ້ານສິລະປະ ແລະ ກິລາ ຕື່ມອີກ, ພ້ອມທັງເນັ້ນການຮຽນ-ການສອນ ພາສາຫວຽດນາມ ເປັນຫລັກເຊິ່ງນັກຮຽນອານຸບານ-ປະຖົມ ຈະໄດ້ຮຽນພາສາຫວຽດນາມ 8 ຊົ່ວໂມງຕໍ່ອາທິດ, ຊັ້ນມັດທະຍົມຕົ້ນ 6 ຊົ່ວໂມງຕໍ່ອາທິດ ແລະຊັ້ນມັດທະຍົມປາຍ 4 ຊົ່ວໂມງຕໍ່ອາທິດ.
ສຳລັບວັນຄູແຫ່ງຊາດໃນປີນີ້, ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດຫລາກຫລາຍກິດຈະກຳເພື່ອສະເຫລີມສະຫລອງໃຫ້ມີບັນຍາກາດອັນຟົດຟື້ນມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີປອງດອງຂອງຄູ-ອາຈານ ແລະນ້ອງນັກຮຽນເປັນຕົ້ນຈັດກິດຈະກຳແຂ່ງຂັນກິລາ, ສະແດງສິລະປະ, ມອບດອກໄມ້ ແລະໃບຍ້ອງຍໍໃຫ້ ຄູ-ອາຈານ ຜູ້ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ ແລະອື່ນໆ.