ການແຂ່ງຂັນ ກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ຫລື wtt youth contender ທີ່ ສປປ ລາວ ເປັນເຈົ້າພາບໄດ້ເປີດການແຂ່ງຂັນໄຂຢ່າງເປັນທາງການ ໃນວັນທີ 20 ກັນຍາ 2023 ຢູ່ສູນການຄ້າ ລາວໄອເຕັກ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທັງເປັນປະທານກິຕີມະສັກສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ມີນັກກິລາ-ຄູຝຶກທີ່ມາຈາກ 11 ປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ງານແຂ່ງຂັນກິລາປີ່ງປ່ອງໃນຄັ້ງນີ້, ຖືເປັນຂີດໝາຍສໍາຄັນໃນການພັດທະນາວົງການກິລາປິ່ງປ່ອງລາວກໍຄືການພັດທະນາກິລາປິ່ງປ່ອງ ໃນອານຸພາກພື້ນ ແລະ ໃນໂລກ, ທັງເປັນການຮັດແໜ້ນຄວາມສາມັກຄີ, ເປີດໂອກາດໃຫ້ນັກກິລາປິ່ງປ່ອງເຍົາວະຊົນລາວໄດ້ເຂົ້າຮ່ວມແຂ່ງຂັນໃນລະດັບໂລກ,ທັງເປັນການຄັດເລືອກເອົານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນເພື່ອເປັນຕົວແທນໃຫ້ແຕ່ລະປະເທດເຂົ້າຮ່ວມແຂ່ງຂັນໃນລະດັບຕ່າງໆ. ພ້ອມກັນນີ້, ຍັງເປັນການຍົກລະດັບດ້ານພື້ນຖານໂຄງລ່າງໃຫ້ແກ່ການພັດທະນາກິລາກາຍະກໍາໂດຍສະເພາະກິລາປິ່ງປ່ອງຂອງລາວໃຫ້ນັບມື້ສູງເດັ່ນຂຶ້ນຕື່ມອີກ.
ການແຂ່ງຂັນກິລາ ປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກຄັ້ງນີ້, ເປັນລາຍການແຂ່ງຂັນຂອງສະມາຄົມປິ່ງປ່ອງໂລກຈັດຂຶ້ນຮ່ວມກັບສະຫະພັນປິ່ງປ່ອງແຫ່ງຊາດລາວ ປະກອບມີ 11 ປະເທດເຂົ້າຮ່ວມ ຄື: ຮົງກົງ ແລະໃຕ້ຫວັນຂອງຈີນ, ຢີ່ປຸ່ນ, ສາທາລະນະລັດເກົາຫລີ, ສິງກະໂປ, ອິນໂດເນຍເຊຍ, ມາເລເຊຍ, ຟິລິບປິນ, ໄທ, ອິນເດຍ ແລະລາວການແຂ່ງຂັນປະກອບມີ 5 ລຸ້ນຄື: 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ. ສໍາລັບລາວໄດ້ສົ່ງເຂົ້າຮ່ວມແຂ່ງຂັນຄົບທຸກລຸ້ນເຊິ່ງສາມາດຕິດຕາມຮັບຊົມການແຂ່ງຂັນໄດ້ຜ່ານການຖ່າຍທອດສົດຈາກທິມງານວິທະຍຸກະຈາຍສຽງແຫ່ງຊາດລາວ ຜ່ານຊ່ອງທາງ Youtube ຂອງສະຫະພັນປິ່ງປ່ອງໂລກ WTT. ຊຶ່ງການແຂ່ງຂັນຈະດຳເນີນຮອດວັນ 23 ກັນຍາ ຈຶ່ງສຳເລັດ.