ເພື່ອໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ(UNFPA), UN-HABITAT ແລະ ອົງການສາກົນ ເພື່ອການອົບພະຍົບ (IOM) ໄດ້ຈັດຕັ້ງປະຕິບັດໂຄງການປົກປ້ອງ ແລະ ໃຫ້ບໍລິການສຳລັບຜູ້ຕັ້ງພູມລຳເນົາໃໝ່, ຜູ້ອົບພະຍົບ ແລະ ໄວໜຸ່ມ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ ເພື່ອຕອບໂຕ້ພະຍາດໂຄວິດ-19 ໃນ ສປປ ລາວ ໃນປີ 2021.
ໂອກາດນີ້, ທ່ານ ວຽງສະໄໝ ໄກສະຫວັດດີ ຫົວໜ້າສູນຈໍາກັດບໍລິເວນຫລັກ 21 ແຂວງຈໍາປາສັກ ໃຫ້ຮູ້ວ່າ:ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານໄດ້ໃຫ້ການສະໜັບສະໜູນຜູ້ອົບພະຍົບ(ແຮງງານລາວທີ່ກັບມາແຕ່ຕ່າງປະເທດ) ຫລາຍກວ່າ 7.000 ຄົນ, ຍິງ 3.721 ຄົນ ແລະ ສະມາຊິກຊຸມຊົນ 15.000 ຄົນໃນ ແຂວງຈໍາປາສັກ ແລະ ສະຫວັນນະເຂດ ໂດຍການສະໜອງຂໍ້ມູນການເຄື່ອນຍ້າຍທີ່ປອດໄພ, ການພັດທະນາທັກສະ ແລະ ການສະໜັບສະໜູນການຈ້າງງານ. ນອກຈາກນີ້, ບັນດາແຮງງານດັ່ງກ່າວ ຍັງໄດ້ຮັບຂໍ້ມູນທີ່ກ່ຽວຂ້ອງກັບການເຄື່ອນຍ້າຍຢ່າງປອດໄພ ທີ່ໄດ້ສະໜອງໃຫ້ຜ່ານໂທລະໂຄ່ງພາຍໃນສູນຈໍາກັດບໍລິເວນ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າໃຈກ່ຽວກັບການເຮັດວຽກ ຢູ່ຕ່າງປະເທດຫລາຍຂຶ້ນ ທັງຫລີກ ລ່ຽງຄວາມສ່ຽງຈາກການຄ້າມະນຸດ ແລະ ການຂູດຮີດແຮງງານ.
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ(IOM) ເປັນອົງການ ສະຫະປະຊາຊາດເຮັດວຽກໃນຂົງເຂດ ການເຄື່ອນຍ້າຍຖິ່ນຖານ ແລະ ເຮັດວຽກຢ່າງໃກ້ຊິດຮ່ວມກັບພາກສ່ວນກ່ຽວຂ້ອງທີ່ສຳຄັນຄື: ຄົນອົບພະຍົບ ແລະ ບັນດາປະເທດພາຄີ ເພື່ອຊຸກຍູ້ການເຄື່ອນຍ້າຍທີ່ມີມະນຸດສະທຳ, ປອດໄພ, ເປັນລະບຽບຮຽບຮ້ອຍ. IOM ສະຫນອງການບໍລິການ ແລະ ຄໍາແນະນໍາໃຫ້ລັດຖະບານ ແລະ ຜູ້ອົບພະ ຍົບຈາກທັດສະນະແບບລວມສູນ, ລວມທັງການເຊື່ອມຕໍ່ກັບການພັດທະນາ ເພື່ອເພີ່ມຜົນປະໂຫຍດ ແລະໂອກາດຂອງການເຄື່ອນຍ້າຍແຮງງານ.